ປະກາດຫໍສະໝຸດນ້ຳສຽງຂອງພາສາບັນດາເຜົ່າສ່ວນຫນ້ອຍຢູ່ຫວຽດນາມ

ປະກາດຫໍສະໝຸດນ້ຳສຽງຂອງພາສາບັນດາເຜົ່າສ່ວນຫນ້ອຍຢູ່ຫວຽດນາມ - ảnh 1

 (vovworld)- ຕອນ​ຄ່ຳ​ວັນ​ທີ 6/6 ທີ່ສູນ​ວັດ​ທະ​ນະ​ທຳ​ຝ​ລັ່ງ​ ຢູ່ ຮ່າ​ໂນ້ຍ, ກຸ່ມ​ຄົ້ນ​ຄ້​ວາ​ຂຶ້ນ​ກັບ​ພະ​ແນກ​ພາ​ສາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດສັງ​ຄົມ ແລະ ມະ​ນຸດ​ສາດ, ​ມະ​ຫາວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ  ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ກົນ Mica - ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ  ໄດ້​ປະ​ກາດ ແລະ ແນະ​ນຳ​ກ່ຽວ​ກັບ​ຫ​ໍ​ສະ​ໝຸດ​​ນ້ຳ​ສຽງດົນ​ຕີ​ຂອງ​ພາ​ສາ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ກິດ​ຈະ​ກຳ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ກວ່າ 30 ປີ, ຊື່ງ​ໄດ້ເຕົ້າ​ໂຮມ ແລະ ອະ​ນຸ​ລັກ​ຮັກ​ສາ 11 ພາ​ສາ​ຂອງ​ກຸ​່ມ​ບັນ​ດາ​ຊົນ​ເຜົ່​າ​ທີ່​ມີ​ຄົນ​ຫນ້ອຍ​ທີ່​ສຸດ, ພາ​ສາ​ມີ​ຄວາມ​ສ່ຽງ​ຖືກ​ສູນ​ຫາຍ​ໄປ. ພາຍ​ຫລັງ​​ປະ​ຕິ​ບັດ​ການສຳ​ຫລວດ​ມາ​ເປັນ​ເວ​ລາ​ຫລາຍ​ຄັ້ງ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ​ດ້ານ​ວິ​ຊາ​ການ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຝ​ລັ່ງ​, ກ່​ຸມ​ຄົ້ນ​ຄ້​ວາ​ໄດ້​ປັບ​ປຸງ​ສຽງ​ເວົ້າ​ທຳ​ມະ​ຊາດ, ຫັນ​ເປັນ ດີ​ຈີ​ຕອນ ແລະ ສ້າງ​ຫໍ​ສະ​​ໝຸດ​ນ້ຳ​ສຽງ​ທີ່​ມີ​ລະ​ດັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສາດ​ສະ​ດາ​ຈານ, ດ​ຣ ເຈີນ​ຈີ​ຢ​ອ໋ຍ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ​ບັນ​ດາ​ເຜົ່າ​ສ່ວນ​ຫນ​້ອຍ ແລະ ເຂດ​ພູ​ດອຍ, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ: ເລື່ອງ​ຫັນ​ພາ​ສາ​ເປັນ​ດີ​ຈີ​ຕອນ ແມ່ນ​ວິ​ວັດ​ການ​ກະ​ກຽມ​ເພື່ອ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ທັກ​ທາຍ ແລະ ເຜີຍ​ແຜ່​ວັດ​ທະ​ນະ​ທຳ.         

ຕອບກັບ

ຂ່າວ/ບົດ​ອື່ນ