ປະກາດໃຊ້ລະບຽບການ ບໍລິຫານການເຄື່ອນໄຫວ ຢູ່ດ່ານຊາຍແດນທາງບົກ

ປະກາດໃຊ້ລະບຽບການ ບໍລິຫານການເຄື່ອນໄຫວ ຢູ່ດ່ານຊາຍແດນທາງບົກ - ảnh 1

​(ພາບປະກອບ:xa luan.com)

(vovworld)-  ວັນ​ທີ 25/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະກາດ​ໃຊ້ລະບຽບ​ການ​ບໍລິຫານ​າ​ການ​ເຄື່ອນ​ໄຫວ​ຢູ່​ດ່ານ​ຊາຍ​ແດນ​ທາງບົກ ຊື່​ງຈະ​ຖືກ​ນຳ​ໃຊ້​ຢູ່​ບັນດາ​ກ່ານ​ສາກົນ ​ແລະ ດ່ານ​ແຫ່ງ​ຊາດ ​ທາງບົກ. ຕາມ​ນັ້ນ​ແລ້ວ, ຄະນະ​ຄຸ້ມ​ຄອງ​ດ່ານ​ສົ​ມທົບ​ກັບ​ອົງການ​ຄຸ້ມ​ຄອງ​ດ່ານ ​ແລະ ບັນດາ​ກຳລັງ​ທີ່​ກ່ຽວຂ້ອງຂອງປະ​ເທດ​ທີ່​ມີ​ດ່ານຊາຍ​ແດນ​ຕິດ​ກັບຫວຽດນາມ ຈັດການ​ປະຊຸມ​ນັດ​ສາມັນ ​ແລະ ວິສາມັນ​ລະຫວ່າງຄະນະ​ຄຸ້ມ​ຄອງ​ດ່ານຂອງ​ຫວຽດນາມ ​ແລະ ອົງການ​ຄຸ້ມ​ຄອງ​ດ່ານຂອງ​ປະ​ເທດ​ມີ​ເສັ້ນຊາຍ​ແດນ​ລວມ. ສອງ​ຝ່າຍ​ພ້ອມ​ກັນ​ແລກປ່ຽນຄວາມ​ເຫັນ​ເພື່ອ​ເປັນ​ເອກະ​ພາບ​​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ດ່ານ ​ແລະ ຄຸ້ມ​ຄອງ​ບັນດາ​ລະບຽບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ເກີດ​ຂຶ້ນ​ໃນ​ການ​ເຄື​່ອນ​ໄຫວ​ຂາ​ອອກ​ຂາເຂົ້າສິນຄ້າ, ມະນຸດ ​ແລະ ພາຫະນະຄົມມະນາຄົມ​ຂົນ​ສົ່ງຜ່ານ​ຊາຍ​ແດນ​ຢ່າງ​ທັນ​ການ. ລະບຽບ​ການ​ນີ້​ກໍ່​ເພື່ອ​ແນ​ໃສ່​ຮັງ​ປະກັນໃຫ້ອົງການ​ຄຸ້ມ​ຄອງ​ດ່ານ ​ແລະ ບັນດາກຳລັງ​ທີ່​ກ່ຽວຂ້ອງ​ຂອງ​​ປະ​ເທດ​ທີ່​ມີດ່ານ​ເຂດ​ຊາຍ​ແດນ​ຕິດ​ກັບຫວຽດນາມ ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​, ລະບຽບ​ການສາກົ​ນຊື່​ງຫວຽດນາມ ​ແລະ ປະ​ເທດ​ມີ​ເສັ້ນຊາຍ​ແດນ​ລວມ​ໄດ້​ເຂົ້າຮ່ວມ​ການ​ລົງ​ນາມ ຫລື​ເຂົ້າ​ເປັນ​ສະມາຊິກ. ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/10/2013 ​ເປັນຕົ້ນ​ໄປ.

 

 

 

 

ຂ່າວ/ບົດ​ອື່ນ