ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ2016

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ2016 - ảnh 1
ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາບຟຣີກາໃຕ້
 ກ່າວຄຳເຫັນທີ່ພິທີ
(ພາບ: Mạnh Hùng/Vietnam+)

(vovworld) – ຕອນ​ຄຳ່​ວັນ​ທີ 31/1, ຢູ່​ນະຄອນຫຼວງ Bratislava, ສະຖານທູ​ດ ຫວຽດນາມ ປະຈຳ ສ. Slovakia ​ໄດ້​ຈັດ​ຕັ້ງ​ງານ​ລາຕີ ຂຳ່ນັບ​ຮັບ​ຕ້ອນ​ລະດູບານ​ໃໝ່​ປີວ​ອກ 2016 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​​ແມ່​ປະຊາຊົນ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ທຳ​ມາ​ຫາ​ກິນ​ຢູ່ Slovakia. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ສະຖານທູດ​ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ຊາວ ຫວຽດນາມ ຢູ່ Slovakia ຈັດ​ຕັ້ງບຸນ​ເຕັດ​​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ແລະ ພາກ​ສ່ວນ​ເຂົ້າ​ຮ່ວມ​.

        ​ແລະ​ກໍ່​ໃນ​ວັນ​ດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ​ໄດ້​ຈັດ​ຕັ້ງ​ບຸນ​ເຕັດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​​ແມ່​ປະຊາຊົນ​ຊາວ ຫວຽດນາມ, ນັກຮຽນ, ນັກ​ສຶກສາ ​ແລະ ຄົນ​ງານ ຫວຽດນາມ ປະຈຳ ອິດສະຣາ​ແອນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ພ້ອມ​ກັບ​ເພື່ອນ​ມິດສາ​ກົນ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 30/1, ຢູ່ ວຽນ, ປະ​ເທດ ​ໂອ​ຕຣິດ, ສະຖານທູດ ຫວຽດນາມ ປະຈຳ ​ໂອ​ຕຣິດ ຈັດ​ຕັ້ງ​ງານ​ລາຕີ​ຂຳ່ນັບ​ຮັບ​ຕ້ອນ​ລະດູບານ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​​ແມ່​ປະຊາຊົນ​ ແລະ ​ເພື່ອນ​ມິດສາ​ກົນເກືອບ 1.000 ຄົນ .

        ​ໃນ​ຂະນະ​ນັ້ນ, ວັນ​ທີ 31/1, ສະຖານທູ​ດ ຫວຽດນາມ ປະຈຳ ອາບຟຣີກາ​ໃຕ້ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ຢູ່​ນະຄອນຫຼວງ Pretoria. ​ເຂົ້າຮ່ວມ​ການ​ພົບ​ປະ​ສັງ​ສັນ​ມີ​ແຂກ 200 ທ່ານ. ​ແຂກ​ຖືກ​ເຊີນ ​ແລະ ພໍ່​ແມ່​ປະຊາຊົນ​ ຫວຽດນາມ ພ້ອມ​ກັນ​ໄດ້​ຮັບ​ປະທານ​ອາຫານ​ເຍື່ອງ​ຕ່າງໆ​​ຊຶ່ງ​​ເປັນ​ອາຫານ​ພິ​ເສດ​ໃນ​ບຸນ​ເຕັດ​ຂອງ​ຊາດ ​ແລະ ​ຮັບ​ຊົມ​ລາຍການ​ສະ​ແດງ​ສິລະ​ປະ​ໂດຍ​​ພວກ​ຫຼານ​ນ້ອຍ​ອະນຸຊົນ​ຊາວ ຫວຽດນາມ ທຳ​ການ​ສະ​ແດງ.

        ຕອນ​ຄຳ່​ວັນ​ທີ 31/1, ສະຖານທູດ ຫວຽດນາມ ປະຈຳ ນິວຊີ​ແລນ, ກາ​ນາ​ດາ ກໍ່​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ​ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ