ປະຊາຄົມສາກົນສືບຕໍ່ຄັດຄ້ານການບຸກໂຈມຕີຢູ່ເຂດກາຊາ

(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres : ບັນດາການກະທຳໃຊ້ຄວາມຮຸນແຮງ ຢູ່ເຂດ ກາຊາ ແມ່ນລະເມີດກົດໝາຍສາກົນ 

ປະຊາຄົມສາກົນສືບຕໍ່ຄັດຄ້ານການບຸກໂຈມຕີຢູ່ເຂດກາຊາ - ảnh 1ເຫດບຸກໂຈມຕີ ຢູ່ ເຂດ ກາຊາ    (ພາບປະກອບ)

ວັນທີ 15 ພຶດສະພາ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງກໍ່ຄວາມລົ້ມຫາຍຕາຍຈາກຕໍ່ສາມັນຊົນຢູ່ເຂດ ກາຊາ ກໍຄືເຫດບຸກໂຈມຕີທາງອາກາດຂອງອິດສະຣາແອນໃສ່ອາຄານມີຫ້ອງການບັນດາສຳນັກສື່ມວນຊົນສາກົນ. ການນຳ ສະຫະປະຊາຊາດ ຢືນຢັນ ບັນດາການກະທຳໃຊ້ຄວາມຮຸນແຮງດັ່ງກ່າວແມ່ນລະເມີດກົດໝາຍສາກົນ ແລະ ຕ້ອງປະຊາຈາກສິ່ງດັ່ງກ່າວ.

ຕໍ່ຫນ້າສະພາບການເຄັ່ງຕຶງຢູ່ ຕາເວັນອອກກາງ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ ແຊກແຊງ ແລະ ສະກັດກັ້ນບັນດາການບຸກໂຈມຕີ ຂອງອິດສະຣາແອນ ເຂົ້າເຂດ ກາຊາ.  ສ່ວນຢູ່ ຝລັ່ງ, ແບນຊິກ ແລະ ການາດາ ກໍ່ໄດ້ເກີດການແຫ່ຂະບວນຄັດຄ້ານການກະທຳດັ່ງກ່າວຂອງອິດສະຣາແອນ ເພື່ອແນໃສ່ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງຢູ່ ເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ