ປະຊາຊົນ ຫວຽດນາມ ຕ້ອນຮັບວັນບຸນຄຼິດສະມາດຢ່າງເບິກບານມ່ວນຊື່ນ

(VOVWORLD) - ຢູ່ຖະໜົນຮ່າມລອງ (ຮ່າໂນ້ຍ), ໂບດຮ່າມລອງ ໄດ້ປະຕິບັດສຳເລັດຂັ້ນຕອນປະດັບກ່ອນນີ້ໜຶ່ງເດືອນ ເພື່ອຂ່ຳນັບຮັບຕ້ອນວັນບຸນ ຄຼິດສະມາດ.

ບັນຍາກາດວັນບຸນ ຄຼິດສະມາດ ພວມແຜ່ຂະຫຍາຍອອກສູ່ຫຼາຍທ້ອງຖິ່ນໃນທົ່ວຂອງປະເທດ ຫວຽດນາມ. ຢູ່ນະຄອນຫຼວງ ຮ່າໂນ້ຍ, ໂບດແຫ່ງຕ່າງໆ, ຖະໜົນຫຼາຍສາຍໄດ້ປະດັບປະດາດ້ວຍໄຟແສງສີ, ເຄື່ອງປະດັບທີ່ສວຍງາມ, ດຶງດູດປະຊາຊົນຫຼາຍຄົນມາຖ່າຍຮູບ ແລະ ຕ້ອນຮັບບັນຍາກາດຂອງວັນບຸນຄຼິດສະມາດ. ຢູ່ໂບດໃຫຍ່ (ເຊິ່ງເປັນໂບດໃຫຍ່ສຸດຢູ່ຮ່າໂນ້ຍ) ຍາມໃດກໍ່ມີສີສັນຫຼາກຫຼາຍ, ສວຍງາມ.

        ຢູ່ຖະໜົນຮ່າມລອງ (ຮ່າໂນ້ຍ), ໂບດຮ່າມລອງ ໄດ້ປະຕິບັດສຳເລັດຂັ້ນຕອນປະດັບກ່ອນນີ້ໜຶ່ງເດືອນ ເພື່ອຂ່ຳນັບຮັບຕ້ອນວັນບຸນ ຄຼິດສະມາດ. ທ່ານປະທານສະພາບໍລິຫານງານເຂດຊາວຄຼິດ ຮ່າມລອງ PhilipPhe ຫວູວັນເຕີ່ຍ, ໃຫ້ຮູ້ວ່າ:

        “ສຳລັບເຂດຊາວຄຼິດ ຮ່າມລອງ ແລ້ວ, ກ່ອນນີ້ໜຶ່ງເດືອນ ທຸກໆວຽກງານ, ໄດ້ເລີ່ມປະຕິບັດຂັ້ນຕອນກະກຽມການປະດັບປະດາເພື່ອຕ້ອນຮັບວັນບຸນ ຄຼິດສະມາດ ແລ້ວ. ປີນີ້ ກໍ່ມີການປ່ຽນແປງໃໝ່, ທຸກຄົນລ້ວນແຕ່ເຫັນວ່າບັນຍາກາດວັນບຸນ ຄຼິດສະມາດ ມີຄວາມຟົດຟື້ນຫຼາຍ, ໂບດແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນເພື່ອຕ້ອນຮັບ ຊາວຄຼິດ ເທົ່ານັ້ນ ຫາກຍັງ ແມ່ນບ່ອນເພື່ອໃຫ້ແຂກທ່ອງທ່ຽວ ແລະ ຊາວໜຸ່ມ, ໄວໜຸ່ມ ມາຢ້ຽມຊົມອີກດ້ວຍ, ນີ້ກໍ່ແມ່ນການປະກອບສ່ວນເຮັດໃຫ້ວັດທະນະທຳລວມຂອງນະຄອນສວຍງາມຂຶ້ນຕື່ມ”.

        ຢູ່ນະຄອນ ໂຮ່ຈີມິນ, ເຊິ່ງເປັນນະຄອນໃຫຍ່ສຸດຂອງ ຫວຽດນາມ, ຖະໜົນສາຍຕ່າງໆ, ໂບດ, ເຂດຊາວຄຼິດ ຢູ່ນະຄອນ ໂຮ່ຈີມິນ ກໍ່ໄດ້ຕົບແຕ່ງ, ປະດັບປະດາຢ່າງສວຍງາມ, ຫຼາກຫຼາຍສີສັນດຶງດູດປະຊາຊົນມາຮ່ວມ ແລະ ຖ່າຍຮູບຢ່າງເບີກບານມ່ວນຊື່ນ. ບັນດາສູນການຄ້າກໍ່ໄດ້ປະດັບປະດາດ້ວຍໄຟແສງສີ, ຕົ້ນແປກຢູ່ປະຕູທາງເຂົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ