ປະຊາຊົນ ອີຢິບ ຈຳນວນສ່ວນຫຼາຍ ເຫັນດີເຫັນພ້ອມກັບຮ່າງລັດຖະທຳມະນູນ

ປະຊາຊົນ ອີຢິບ ຈຳນວນສ່ວນຫຼາຍ ເຫັນດີເຫັນພ້ອມກັບຮ່າງລັດຖະທຳມະນູນ - ảnh 1
ພາບປະກອບ
(vovworld) - ຕາມ​ການ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ພາຍຫຼັງ​ການ​ປ່ອນ​ບັດ​ຄັ້ງ​ສຸດ​ທ້າຍ​ຂອງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າ​ງລັດຖະທຳ​ມະນູນ​ເຊິ່ງ​ຫາ​ກໍ​ໄດ້​ຈັດ​ຕັ້ງ​ຂຶ້ນ​ແລ້ວ: ​ປະຊາຊົນ ອີ​ຢິບ ​ສ່ວນ​ຫຼາຍ​ໄດ້ເຫັນ​ດີ​ເຫັນ​​ພ້ອມ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບນີ້. ຕາມ​ການ​ປະກາດ​​ໃນ​ເວັບ​ໄຊ​ຂອງ​ອົງການ ອ້າຍ​ນ້ອງ​ອິດສະລາມຢູ່ ອີ​ຢິບ ​ແລ້ວ, ​ໃນ​ການ​ລົງ​ປະຊາ​ມະຕິ​ທີ່​ດຳ​ເນີນ​ເປັນ 2 ຄັ້ງນີ້, ມີ​ 64% ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງຂອງ ອີ​ຢິບ​​ໄດ້ສະໜັບສະໜູນ​ຮ່າງ​ລັດຖະທຳ​ມະນູນ. ​ໃນ​ການ​ປ່ອນ​ບັດ​​ຄັ້ງ​ທີ 2 ມີ​ 71,4% ຜູ້​ມີ​ສິດ​ຕັ້ງ​ຕັ້ງສະໜັບສະໜູນ​ຮ່າງ​ລັດຖະທຳ​ມະນູນ​ດັ່ງກ່າວ.  ຕາມ​ແຜນການ​ແລ້ວ, ຄະນະ​ກຳ​ມະ​ທິການ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ ອີ​ຢິບ ຈະປະກາດ​ໝາກຜົນ​ການ​ລົງ​ປະຊາ​ມະຕິ 2 ຄັ້ງຢ່າງ​ເປັນ​ທາງ​ການ​​​ໃນ​ວັນ​ທີ 24/12 ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ