ປະຊາຊົນກູບາມີຄວາມເສົ້າສະຫຼົດໃຈແລະສຸດແສນເສຍດາຍຕໍ່ການຈາກໄປຂອງຜູ້ນຳການປະຕິວັດFidelCastro

ປະຊາຊົນກູບາມີຄວາມເສົ້າສະຫຼົດໃຈແລະສຸດແສນເສຍດາຍຕໍ່ການຈາກໄປຂອງຜູ້ນຳການປະຕິວັດFidelCastro - ảnh 1
ປະ​ຊາ​ຊົນກູ​ບາມີ​ຄວາມ​ເສົ້າ​ສະຫຼົດ​ໃຈແລະສຸດ​ແສນ​ເສຍ​ດາຍ
​ຕໍ່​ການ​ຈາກ​ໄປ​ຂອງຜູ້​ນຳ​ການ​ປະ​ຕິ​ວັດFidelCastro
(ພາບປະກອບ)

(vovworld)- ຕອນ​ເຊົ້າ​ ວັນ​ທີ 28/11 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ກົງ​ກັບ​ຕອນ​ຄ່ຳ​ວັນ​ດຽວ​ກັນ (ຕາມ​ເວ​ລາ​ຮ່າ​ໂນ້ຍ), ທົ່ວ​ປະ​ເທດ​ກູ​ບາ, ເລີ່ມ​ຕົ້ນ​ພິ​ທີໄວ້​ອາ​ໄລ​ຜູ້​ນຳ​ກູ​ບາ ​ທ່ານ Fidel Castro, ການ​ເຄື່ອນ​ໄຫວນີ້​ຈະ​ແກ່​ຍາວ ແຕ່​ວັນ​ທີ 28/11 ຈົ​ນ​ເຖິງ ວັນ​ທີ 4/12. ​ໃນເວ​ລາ 9 ໂມງ​ເຊົ້າຂອງ ​ວັນ​ທີ 28/11, ​ນັບ​ແຕ່​ອະ​ນຸ​ສາ​ວະ​ລີ​ປືນ​ໃຫຍ່ Moro ຢູ່​ນະ​ຄອນຫຼວງ La Habana ແລະ ຢູ່​ແຂວງພາກ​ຕາ​ເວ​ັນ​ອອກ Santiago de ກູ​ບາ, ໄດ້​ຍິງປືນ​ໃຫຍ່ 21 ​ນັດ, ເລີ່ມ​ຕົ້ນ​ພິ​ທີໄ​ວ້​ອາ​ໄລ​ຜູ້​ນຳ​​ປະ​ຕິ​ວັດ ​ທ່ານ Fidel Castro ຢ່າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນັ້ນ, ໃນ​ຕອນ​​ຮຸ່ງເຊົ້າ, ປະ​ຊາ​ຊົນ​ນະ​ຄອນຫຼວງ La Habana ນັ​ບ​ພັນ​ພັນ​ຄົນ ໄດ້​ລຽນ​ແຖວ​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ Jose Marti ໃນ​ສະ​ໜາມຫຼວງ​ປະ​ຕິ​ວັດ ຢູ່​ນະ​ຄອນຫຼວງ La Habana ເພື່ອ​ເຂົ້າ​ຮ່ວມ​ພິທີ​​ໄ​ວ້ອາ​ໄລ​ລວມໝູ່​. ເຂົ້າ​ຮ່ວມ​​ພິ​ທີ​​ໄວ້ອາ​ໄລ​ ຍັງ​ມີ​ ທ່ານ Rafael Correa ປະ​ທາ​ນາ​ທິ​ບໍ​ດີ​ Ecuador ແລະ ​ທ່ານ Juan Carlos ເຈົ້າ​ຊີ​ວິດແອັດ​ສະ​ປາຍ. ພິ​ທີ​ໄວ້ອາ​ໄລ ຢູ່​ອະ​ນຸ​ສາ​ວະ​ລີ Jose Marti ຈະ​ດຳ​ເນີນ​​ໃນ​ລະ​ຫວ່າງ ວັນ​ທີ 28-29/11, ພ້ອມ​ກັນ​ນັ້ນ ທົ່ວ​ນະ​ຄອນຫຼວງ La Habana ​ກໍ່​ໄດ້ຈັດ​ຕັ້ງ​ພິ​ທີ​ໄ​ວ້​ອາ​ໄລ​ຜູ້​ນຳ ​ທ່ານ Fidel Castro​ ຕື່ມອີກ 12 ​ແຫ່ງ.

 

 

 

ຂ່າວ/ບົດ​ອື່ນ