ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ຕ້ອນ​ຮັບ​ວັນ​ບຸນ Easter ໃນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -        ວັນທີ 4 ເມສາ, ຊາວ ຄຼິດ ນັບລ້ານຄົນໃນທົ່ວໂລກ ໄດ້ສະເຫຼີມສະຫຼອງວັນບຸນ Easter ຄັ້ງທີ 2 ໃນສະພາບການປະຕິບັດບັນດາມາດຕະການຄວບຄຸມໂລກລະບາດໂຄວິດ - 19.
ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ຕ້ອນ​ຮັບ​ວັນ​ບຸນ Easter ໃນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ວັນບຸນ Easter ຢູ່ ຟີລິບປິນ (ພາບ: AP)

      ວັນບຸນ Easter ແມ່ນວັນບຸນສຳຄັນ ແລະ ສັກສິດທີ່ສຸດສຳລັບຊາວ ກາໂຕລິກ ຫຼາຍກວ່າ 1,3 ຕື້ຄົນ. ໃນບົດກ່າວປາໄສທີ່ ໂບດ St.Peter, ວາຕີກັງ, ສັນທະປະປາ Francis ໄດ້ສຸມໃສ່ຮຽກຮ້ອງໃຫ້ປົກປ້ອງກຸ່ມຄົນທີ່ມີຄວາມສ່ຽງສູງກັບໂລກລະບາດໂຄວິດ - 19 ເຊິ່ງລວມມີ ຜູ້ເຈັບປ່ວຍ, ຜູ້ເຂົ້າເມືອງມາຕັ້ງຖິ່ນຖານ, ຜູ້ປະສົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະ ຜູ້ທີ່ດຳລົງຊີວິດຢູ່ບັນດາປະເທດຄື ຊີຣີ, ເຢແມນ ແລະ ລີບີ. ສັນທະປະປາ Francis ຮຽກຮ້ອງໃຫ້ປະຊາຄົມສາກົນ ແກ້ໄຂສະພາບການທີ່ຊັກຊ້າໃນການແຈກຢາຍວັກຊິນ, ພິເສດແມ່ນບັນດາແຜນການແຈກຢາຍໃຫ້ແກ່ບັນດາປະເທດທຸກຍາກ.

        ນອກຈາກນັ້ນ ທ່ານກໍສະແດງຄວາມວິຕົກກັງວົນຕໍ່ສະພາບການປະທະກັນໂດຍການໃຊ້ຄວາມຮຸນແຮງທີ່ສືບຕໍ່ເກີດຂຶ້ນໃນທົ່ວໂລກ. ທ່ານຮຽກຮ້ອງໃຫ້ຢຸດຕິສົງຄາມຢູ່ ຊີຣີ ແລະ ເຢແມນ, ຮຽກຮ້ອງໃຫ້ຈັດຕັ້ງການເຈລະຈາລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຢູ່ ອາຟະລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ