ປະຊາຊົນມີຄວາມຄອງຄອຍຕໍ່ຖັນແຖວການນຳທີ່ມີຄຸນສົມບັດ ແລະ ລະດັບຄວາມຮູ້ຄວາມສາມາດຢ່າງຄົບຖ້ວນ

(VOVWORLD) -  ຕອນບ່າຍວັນທີ 14 ພຶດສະພາ, ພາຍຫລັງຮັບຟັງບົດກ່າວຄຳເຫັນອັດກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 12 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ສະມາຊິກພັກ, ຜູ້ມີສິດເລືອກຕັ້ງຢູ່ເຂດທາງທິດຕາເວັນອອກພາກໃຕ້ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ປະຊາຊົນມີຄວາມຄອງຄອຍຕໍ່ຖັນແຖວການນຳທີ່ມີຄຸນສົມບັດ ແລະ ລະດັບຄວາມຮູ້ຄວາມສາມາດຢ່າງຄົບຖ້ວນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: VGP)

        ພາຍຫລັງທີ່ຕິດຕາມກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ 12 ມາເປັນເວລາ 4 ວັນ. ລຸງ ບຸຍເລເຮືອງ, ຫົວໜ້າສະໂມສອນກິນເບ້ຍບຳນານແຂວງ ບີງເຢືອງ ມີຄວາມເຊື່ອໝັ້ນ ແລະ ເບີກບານມ່ວນຊື່ນເມື່ອໄດ້ຮັບຟັງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກເຖິງ 7 ກຸ່ມຈຸດອ່ອນທີ່ເຮັດໃຫ້ພະນັກງານບໍ່ໄດ້ຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກຊຸດທີ 13. ລຸງ ບຸຍເລເຮືອງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າກໍ່ຫວັງວ່າ ພັກຈະປະຕິບັດຢ່າງຂ້ຽວຂາດຢູ່ທຸກຂັ້ນ ບໍ່ວ່າຈະຢູ່ຂັ້ນສູນກາງ ຫຼ ຢູ່ທ້ອງຖິ່ນ. ສະນັ້ນ, ກອງປະຊຸມຄັ້ງນີ້ແມ່ນແທດຈິງ, ເຮັດໃຫ້ໄດ້ຄືເນື້ອໃນຈິດໃຈຂອງທ່ານເລຂາທິການໃຫຍ່ໄດ້ເວົ້າມານັ້ນ ພັກຈະມີຄວາມເຂັ້ມແຂງ, ປະຊາຊົນຈະມີຄວາມເຊື່ອໝັ້ນ, ປະເທດຊາດຈະພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ