ປະຊາຊົນເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ12ຈະເລືອກຕັ້ງບັນດາຜູ້ສົມເປັນຕົວແທນຂອງປະຊາຊົນເຂົ້າສູນກາງພັກ

ປະຊາຊົນເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ12ຈະເລືອກຕັ້ງບັນດາຜູ້ສົມເປັນຕົວແທນຂອງປະຊາຊົນເຂົ້າສູນກາງພັກ - ảnh 1
(ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ)

(vovworld) - ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ໃຫຍ່, ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ເລິດ​ເຊິ່ງຂອງ​ສະມາຊິກ​ພັກ ​ແລະ ປະຊາຊົນ. ​ເລື່ອງວາງ​ແຜນ​ກຳນົດພະນັກງານ​ຂັ້ນ​ຍຸດ​ທະ​ສາດ​ກໍ່​​ໄດ້​ຮັບ​ການ​ຜັນ​ຂະຫຍາຍຢ່າງ​ຄົບ​ຊຸດ, ​ແທດ​ຈິງ, ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ກະຈ່າງ​ແຈ້ງ. ທ່ານ ຫງວຽນ​ວັນ​ທ໋ຽດ ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ:

        “ ປະຊາຊົນ​ມີ​ຄວາມ​ຫວັງ​ວ່າ: ບັນດາ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ສູນ​ກາງ​ພັກ​ສະ​ໄໝ​ທີ 12 ຕ້ອງ​ແມ່ນ​ບັນດາ​ຜູ້​ມີ​ຄຸນສົມບັດ ມີ​ຄວາມ​ເກັ່ງ​ກ້າ​ສາມາດ ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ປະຊາຊົນ ​ແລະ ປະ​ເທດ​ຊາດ, ບໍ່​ສະ​ແຫວ​ງ ຫາຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຜົນ​ປະ​ໂຫຍ​ດ ກຸ່ມ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຈະ​ເລືອກ​ຕັ້ງ​ບັນດາ​ຜູ້​ສົມ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ”

        ສ່ວນ​ທ່ານ ​ເຈິ່ນ​ເຕີ໋ນ​ເງີ່ຍ ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ຄຳ​ເຫັນ​ວ່າ:

        “ ຫາງສຽງ​ໄດ້​ຕີ​ລາຄາ​ວ່າ: ກອງ​ປະຊຸມ​ໃຫຍ່​ຂອງພັກ​ຄັ້ງ​ນີ້ ​ເຮັດ​ວຽກ​ງານ​ບຸກຄະລາ​ກອນ​ຢ່າງ​ລະອຽດ​ທີ່​ສຸດ ​ແລະ ມີ​ປະຊາທິປະ​ໄຕ. ຂ້າພະ​ເຈົ້າ​ຄິດ​ວ່າ: ດ້ວຍ​ການ​ກະກຽມ​ເປັນ​ຢ່າງ​ດີ, ກອງ​ປະຊຸມ​ໃຫຍ່​ຈະ​ເລືອກ​ຕັ້ງ​ບັນດາ​ຜູ້​ທີ່​ມີ​ຄວາມ​​ເກັ່ງ​ກ້າສາມາດ, ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ​ເຂົ້າ​ໃນ​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ.”

ຂ່າວ/ບົດ​ອື່ນ