ປະຊາຊົນໃນທົ່ວໂລກຕ້ອນຮັບບຸນປີໃໝ່ 2023 ດ້ວຍຄວາມເບີກບານໃຈ

(VOVWORLD) -    ສິ້ນສຸດປີ 2022 ທີ່ເຕັມໄປດ້ວຍການຂະຫຍັນຂັນເຄື່ອນ, ປະຊາຊົນໃນທົ່ວໂລກພວມມີຄວາມເບີກບານໃຈຕ້ອນຮັບບຸນປີໃໝ່ 2023 ດ້ວຍສີສັນໃໝ່ຫຼາຍຢ່າງ.

    ສິ້ນສຸດປີ 2022 ທີ່ເຕັມໄປດ້ວຍການຂະຫຍັນຂັນເຄື່ອນ, ປະຊາຊົນໃນທົ່ວໂລກພວມມີຄວາມເບີກບານໃຈຕ້ອນຮັບບຸນປີໃໝ່ 2023 ດ້ວຍສີສັນໃໝ່ຫຼາຍຢ່າງ. ຍ້ອນເປັນປີທຳອິດທີ່ຫຼາຍປະເທດຍົກເລີກການຈຳກັດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເກືອບທັງໝົດ, ສະນັ້ນ ເຫດການຕ້ອນຮັບບຸນປີໃໝ່ 2023 ໄດ້ຮັບຄວາມລໍຄອຍໃນຂອບເຂດທົ່ວໂລກ.

  ຢູ່ນະຄອນຫຼວງ ປາຣີ ຂອງ ຝລັ່ງ ເຕັມໄປດ້ວຍແສງສີໃນເຫດສະແດງການຍິງບັ້ງໄຟດອກໃນຈຸດເວລາທຳອິດຂອງປີ 2023. ມີປະຊາຊົນຫຼາຍຄົນໄດ້ເຕົ້າໂຮມກັນຢູ່ທາງຫຼວງ Champs – Elysees ເພື່ອຮັບຊົມການສະແດງແສງສີນີ້, ພ້ອມກັບບັນດາລາຍການບັນເທິງ ສະແດງດົນຕີຢ່າງຟົດຟື້ນ. ໃນຂະນະນັ້ນ, ປະຊາຊົນ ເຢຍລະມັນ ກໍ່ມີຄວາມປິຕິຊົມຊື່ນເຂົ້າຮ່ວມການຕ້ອນຮັບບຸນປີໃໝ່ທີ່ຟົດຟື້ນຫຼາຍຢ່າງ, ຮັບຊົມການຍິງບັ້ງໄຟດອກຕ້ອນຮັບບຸນປີໃໝ່ຢູ່ ປະຕູ Brandenburg.

ກົງກັນຂ້າມກັບອາກາດໜາວຈັດຢູ່ບັນດາປະເທດ ເອີລົບ, ມີປະຊາຊົນຢ່າງຫຼວງຫຼາຍຢູ່ນະຄອນ Rio De Janeiro ແລະ ນັກທ່ອງທ່ຽວຢູ່ທຸກສາລະທິດໄປເຖິງ ບຣາຊິນ ບໍ່ພາດໂອກາດແວ່ຢາມສະຖານທີ່ສວຍງາມທີ່ສຸດເພື່ອຕ້ອນຮັບບຸນປີໃໝ່ 2023 ຢູ່ຫາຍຊາຍທະເລ Copacabana. ມີປະຊາຊົນ ບຣາຊິນ ຫຼາຍຄົນ ໄດ້ເລືອກນຸ່ງຊຸດສີຂາວໃນຈຸດເວລາຕ້ອນຮັບບຸນປີໃໝ່ຍ້ອນມີຄວາມເຊື່ອໝັ້ນວ່າ ສີຂາວນັ້ນຈະນຳຄວາມໂຊກດີມາສູ່ທຸກຄົນໃນປີໃໝ່.

ປີ 2023 ກໍ່ເລີ່ມວຽນມາຢູ່ບັນດາປະເທດ ອາຊີໃຕ້, ຕາເວັນອອກກາງ, ອິນເດຍ, ປາກິດສະຖານ ແລະ ອາບການິດສະຖານ ກ້າວເຂົ້າສູ່ປີໃໝ່ 2023 ດ້ວຍການຍິງບັ້ງໄຟດອກ, ພ້ອມກັບການສະແດງແສງສີຢູ່ຕາມທ້ອງຖະໜົນ.

ຕອບກັບ

ຂ່າວ/ບົດ​ອື່ນ