ປະຕິກິລິຍາຂອງປະຊາຄົມສາກົນຕໍ່ເຫດເຮືອບິນ MH17ຕົກ

ປະຕິກິລິຍາຂອງປະຊາຄົມສາກົນຕໍ່ເຫດເຮືອບິນ MH17ຕົກ - ảnh 1
ບ່ອນເຮືອບິນຕົກ
(ພາບ:Reuters)

(vovworld) - ​ໃນ​ຂະນະ​ທີ່​ວຽກ​ງານ​ຊອກ​ຫາ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ພວມ​ດຳ​ເນີນ​ໄປ​ຢ່າງ​ຮີບ​ເຮັ່ງ​ນັ້ນ. ອົງການ​ຕຳຫຼວດ​ສາກົນ Interpol ​ໄດ້​ຈັດ​ສົ່ງ​ຜູ້​ຊ່ຽວຊານ​ເຖິງ ຢູ​ແກຼນ, ຊ່ວຍ​ເຫຼືອ​ໃນ​ການ​ກຳນົດ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ. ​ແລະ ​ໃນ​ວັນ​ທີ 19/7, ອົງການ​ນີ້​ໄດ້​ຕິດຕາມ​ເລື່ອງ​ມອບ​ສົ່ງ​ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ໃຫ້​ເຈົ້າ​ໜ້າ​ທີ່​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ.

        ຕອນ​ຄຳ່​ວັນ​ທີ 18/7, ສະພາ​ຄວາມ​ໝັ້ນຄົງ​ ສປຊ ​ໄດ້​ຖະ​ແຫຼ​ງຮຽກຮ້ອງ​ດຳ​ເນີນ​ການ​ສືບສວນ​ສາກົນ​ຢ່າງ​ຄົບ​ຖ້ວນ, ຈະ​ແຈ້ງ ​ແລະ ​ເຖິງ​ຖອງສຳລັບ​ເຫດ​​ເຮືອບິນ MH17 ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ​ມາ​ເລ​ເຊຍ ຖືກ​ຕົກ​ຢູ່ ຢູ​ແກຼນ ​ໃນ​ວັນ​ທີ 17/7. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ນີ້​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຫວຽດນາມ​ປະຈຳ ສປຊ ຢືນຢັນ​ວ່າ, ຫວຽດນາມ​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ລັດຖະບານ ​ແລະ ປະຊາຊົນ​ມາ​ເລ​ເຊຍ​ບົນ​ຈິດ​ໃຈ​ສາມັກຄີ ຕໍ່ໜ້າ​​ເຫດການ​ທີ່​ໜ້າ​ເສຍດາຍ​ນີ້. ຫວຽດນາມ​ຮຽກຮ້ອງ​ບັນດາ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຈົ່ງມີ​ການ​ກະທຳ, ມີ​ຄວາມ​ຮັບຜິດຊອບຕໍ່​ຄອບຄົວ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຢ່າງ​ໄວວາ ​ແລະ ມີ​ປະສິດທິ​ຜົນ.

        ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Nariv Rajak ຖະ​ແຫຼ​ງວ່າ, ປະ​ເທດ​ນີ້​ຈະ​ຊອກ​ຫາ​ສາຍ​ເຫດ​ພາ​ໄປ​​ເຖິງ​ອຸປະຕິ​ເຫດການ​ບິນ​ນີ້​ໃຫ້​ໄດ້. ບັນດາ​ປະ​ເທດ​ຮອນ​ລັງ, ອົດ​ສະ​ຕາ​ລີ ກໍ່​ມີ​ການ​ກະທຳ​ຊຸກຍູ້​ການ​ສືບສວນ​ຢ່າງ​ພາວະ​ວິ​ໄສ ​ແລະ ບໍລິສຸດ. ວັນ​ທີ 17/7, ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ, ຝລັ່ງ, ​ໂປ​ໂລ​ຍ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຢູ​ແກຼນທີ່​ກ່ຽວຂ້ອງ​ເຖິງ​ເຫດ​ເຮືອບິນ​ຕົກ​, ໃນ​ນັ້ນຮຽກຮ້ອງ​ດຳ​ເນີນ​ການ​ສຳ​ຫຼວດສາຍ​ເຫດ ​ແລະ ສະພາບ​ທີ່​ເກີດ​ອຸປະຕິ​ເຫດ​ດັ່ງກ່າວຢ່າງ​ເຖິງ​ຖອງ​, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຢຸດ​ຍິງ​ໃນ​ທັນທີ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ກຳລັງ​ສາກົນ​ສຳ​ພັດ​ກັບ​ບ່ອນ​ທີ່​ເຮືອບິນ​ຕົກ.

ຂ່າວ/ບົດ​ອື່ນ