ປະຕິກິລິຍາຂອງສາກົນກ່ຽວກັບຂໍ້ຕົກລົງຍົກເລີກການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ປະຕິກິລິຍາຕໍ່ຄຳຕັດສິນຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຍົກເລີກການພົບປະ ເຊິ່ງໄດ້ວາງແຜນໄວ້ໃນວັນທີ 12 ມິຖຸນາ ຈະມາເຖິງກັບການນຳສປປ.ເກົາຫຼີ Kim Jong un.
ປະຕິກິລິຍາຂອງສາກົນກ່ຽວກັບຂໍ້ຕົກລົງຍົກເລີກການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 25 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງຂອງສປປ.ເກົາຫຼີ ທ່ານໜຶ່ງ ເວົ້າວ່າ ພຽງຢາງ ຍັງພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ ບໍ່ວ່າໃນເວລາໃດ. KCNA ໄດ້ຄັດຄຳເວົ້າຂອງທ່ານຮອງລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Kim Kye gwan ໂດຍໃຫ້ຮູ້ວ່າ “ພວກຂ້າພະເຈົ້າພ້ອມແລ້ວທີ່ຈະໂອ້ລົມໂດຍກົງກັບອາເມລິກາ ແລະ ແກ້ໄຂບັນດາຂໍ້ຄົງຄ້າງບໍ່ວ່າໃນເວລາໃດ ແລະ ບໍ່ວ່າຕາມຮູບແບບໃດ”.

      ພາຍຫຼັງເວລາ 2 – 3 ຊົ່ວໂມງເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຍົກເລີກການພົບປະຂັ້ນສຸດຍອດດັ່ງກ່າວ, ວັນທີ 25 ພຶດສະພາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຮຽກຮ້ອງໃຫ້ການນຳອາເມລິກາ ແລະ ສປປ.ເກົາຫຼີ ເຈລະຈາໂດຍກົງ.

      ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານປະທານາທິບໍດີຝລັ່ງ Emmanuel Macron ຢູ່ນະຄອນ St.Petersburg, ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ຖະແຫຼງວ່າ, ມົດສະກູ ສະແດງຄວາມເສຍດາຍກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີ Trump, ແຕ່ກໍ່ສະແດງຄວາມຫວັງວ່າ, ການພົບປະຂັ້ນຍຸດຍອດຍັງຄົງຈະດຳເນີນ. ສ່ວນທ່ານປະທານາທິບໍດີຝລັ່ງ Macron ສະແດງຄວາມຫວັງວ່າ ອາເມລິກາ ແລະ ສປປ.ເກົາຫຼີ ຈະສືບຕໍ່ມານະພະຍາຍາມພ້ອມກັນມຸ່ງໄປເຖິງການປອດນິວເຄຼຍ ໃນແຫຼມເກົາຫຼີ.

      ວັນທີ 24 ພຶດສະພາ, ຢູ່ການນຳອັງກິດ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ກໍ່ໄດ້ສະແດງຄວາມຜິດຫວັງຕໍ່ຂໍ້ຕົກລົງຍົກເລີກການພົບປະຂັ້ນສຸດຍອດດັ່ງກ່າວ.

      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 25 ພຶດສະພາ, ທີ່ການໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງສ.ເກົາຫຼີ Kang Kyung wha, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ຢືນຢັນວ່າ: ອາເມລິກາ ຍັງໃຫ້ຄຳໝັ້ນສັນຍາເລລະຈາກັບສປປ.ເກົາຫຼີ ເຖິງວ່າທ່ານປະທານາທິບໍດີອາເມລິກາ Donald Trump ຕັດສິນໃຈຍົກເລີກການພົບປະຂັ້ນສຸດຍອດ ກັບການນຳສປປ.ເກົາຫຼີ Kim Jong un, ເຊິ່ງຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ສິງກະໂປ. ໃນການໂອ້ລົມທາງໂທລະສັບ, ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ກໍ່ໄດ້ເນັ້ນໜັກເຖິງທ່າຊຸກຍູ້ການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອເດືອນເມສາ ຜ່ານມາ ກໍ່ຄືຟື້ນຟູກາລະໂອກາດເຈລະຈາລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ. ທ່ານນາງ Kang Kyung Wha ກໍ່ໃສ່ໃຈວ່າ ທ່ານປະທານາທິບໍດີ Donald Trump ໄດ້ພາດກາລະໂອກາດເຈລະຈາໃນຈົດໝາຍຝາກເຖິງການນຳສປປ.ເກົາຫຼີ Kim Jong un.

ຕອບກັບ

ຂ່າວ/ບົດ​ອື່ນ