ປະຕິກິລີຍາຂອງຫວຽດນາມຕໍ່​ເລື່ອງກຳປັ່ນອາເມລິກາເຂົ້າບໍລິເວນໃກ້ກັບໝູ່ເກາະຮ່ວາງຊາ

ປະຕິກິລີຍາຂອງຫວຽດນາມຕໍ່​ເລື່ອງກຳປັ່ນອາເມລິກາເຂົ້າບໍລິເວນໃກ້ກັບໝູ່ເກາະຮ່ວາງຊາ - ảnh 1
ກຳ​ປັ່ນ​ພິ​ຄາດ​ອາ​ເມ​ລິ​ກາ USS Decatur    (AFP)
(vovworld)- ວັນ​ທີ 24/10, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນ​ພິ​ຄາດ​ອາ​ເມ​ລິ​ກາ USS Decatur ເມື່ອ​ວັນ​ທີ 21/10 ຢູ່​ບໍ​ລິ​ເວນ​ໃກ້​ກັບ​ໝູ່​ເກາະ​ຮ່​ວາງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ເນັ້ນ​ໜັກ​ວ່າ : ຫວຽດ​ນາມ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ພື້​ນ​ຖານ​ນິ​ຕິທຳ​ຢ່າງ​ຄົບຖ້ວນ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ​ຂອງ​ຫວຽດ​ນາມ. ຫວຽດ​ນາມ​ເຄົາ​ລົບ​ເລື່ອງ​ບັນ​ດາ​ປະ​ເທດປະ​ຕິ​ບັດ​ບັນ​ດາ​ສິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ, ໃນ​ນັ້ນ​ມີ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລ​ະ ການ​ບິນ. ຫວຽດ​ນາມເນັ້ນ​ໜັກວ່າ ທຸກໆ​ປະ​ເທດ​ຕ້ອງ​ມີ​ການ​ປະ​ກອບ​ສ່ວນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ຕັ້ງ​ໜ້າ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແນ​ໃສ່​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ແລະ ເຄົາ​ລົບ​ກົດ​ໝາຍ​ຢູ່​ຕາມ​ບໍ​ລິ​ເວນ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ.

                               

ຂ່າວ/ບົດ​ອື່ນ