ປະ​ຕິ​ບັດ​ເປົ້າ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ມີ​ສະ​ຖຽນ​ລະ​ພາບ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກ​ຍູ້​ການ​ເຕີບ​ໂຕຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

(VOVWORLD) - ວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນປະກາດໃຊ້ຄຳສັ່ງກ່ຽວກັບການສ້າງແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2024.
ປະ​ຕິ​ບັດ​ເປົ້າ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ມີ​ສະ​ຖຽນ​ລະ​ພາບ,  ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກ​ຍູ້​ການ​ເຕີບ​ໂຕຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຄຳສັ່ງຊີ້ແຈ້ງວ່າບັນດາກະຊວງ, ອົງການສູນກາງ, ທ້ອງຖິ່ນ ສ້າງບົດລາຍງານແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024, ໃນນັ້ນປະຕິບັດ ເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ບົດລາຍງານຕ້ອງເຮັດຈະແຈ້ງການປະຕິບັດວຽກງານບໍລິຫານສິນເຊື່ອ, ອັດຕາດອກເບ້ຍ, ຕອບສະໜອງດ້ານທຶນຮອນໃຫ້ແກ່ການຜະລິດ - ດຳເນີນທຸລະກິດຢ່າງທັນການ, ສະພາບການຜະລິດອຸດສາຫະກຳ, ນຳເຂົ້າສົ່ງອອກ, ດຶງດູດເງິນລົງທຶນສັງຄົມ, ເງິນລົງທຶນໂດຍກົງຈາກຕ່າງປະເທດ…

ຕາມຄຳສັ່ງແລ້ວ, ປີ 2024 ແມ່ນປີບຸກທະລຸເພື່ອປະຕິບັດສຳເລັດແຜນການ 5 ປີ 2021 – 2025. ຕ້ອງລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ສ້າງການຫັນປ່ຽນຢ່າງແຮງ, ແທດຈິງໃນການພັດທະນາເສດຖະກິດ - ສັງຄົມ. ຄຳສັ່ງກໍ່ຊີ້ແຈ້ງວ່າໜ້າທີ່ສ້າງແຜນງົບປະມານແຫ່ງລັດ ປີ 2024 ແລະ ແຜນການການເງິນ - ງົບປະມານແຫ່ງລັດ ໄລຍະ 3 ປີ 2024 – 2026, ສູ້ຊົນໃນປີ 2024, ລາຍຮັບເຂົ້າງົບປະມານພາຍໃນປະເທດຈະເພີ່ມຂຶ້ນ 5 – 7% ເມື່ອທຽບໃສ່ກັບປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ