ປະຕິ​ຮູບ​ລະບອບ​ລະບຽບການ​ເສດຖະກິດ​ການ​ຕະຫຼາດ

(VOVWORLD) -     ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນການໂອ້ລົມສົນທະນາກ່ຽວກັບລະບອບລະບຽບການເສດຖະກິດການຕະຫຼາດ ຫວຽດນາມ ໂດຍຄະນະເສດຖະກິດສູນກາງພັກ ກອມມູນິດ ຫວຽດນາມ ສົມທົບກັບມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລະ ບໍລິສັດຫຸ້ນສ່ວນວິສາຫະກິດສັງຄົມ Massei ຈັດຕັ້ງ.
ປະຕິ​ຮູບ​ລະບອບ​ລະບຽບການ​ເສດຖະກິດ​ການ​ຕະຫຼາດ - ảnh 1ການໂອ້ລົມສົນທະນາກ່ຽວກັບລະບອບລະບຽບການເສດຖະກິດການຕະຫຼາດ ຫວຽດນາມ (ພາບ: internews.vn)

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໄຈ້ແຍກບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງກ່ຽວກັບການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດຂອງຫວຽດນາມ; ການພົວພັນລະຫວ່າງເສດຖະກິດເສລີ ແລະ ຄວາມສາມາດຫຼຸດພົ້ນອອກຈາກລະດັບລາຍຮັບປານກາງຂອງບັນດາປະເທດພວມພັດທະນາ - ບົດຮຽນສາກົນ ແລະ ບົດຮຽນສໍາລັບຫວຽດນາມ. ບັນດານັກຊ່ຽວຊານເສດຖະກິດ, ນັກວິທະຍາສາດ ກໍໄດ້ສະເໜີບັນດາມາດຕະການປະຕິຮູບລະບອບລະບຽບການ ເພື່ອຊຸກຍູ້ການຫັນເປັນເສດຖະກິດການຕະຫຼາດຢ່າງແຮງ; ປະຕິຮູບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃນໄລຍະຈະມາເຖິງ. ທ່ານປະລິນຍາເອກດ້ານເສດຖະກິດ ເລມິນເຫງຍ, ເລຂາສະພາທິດສະດີສູນກາງ ຖືວ່າ:

        “ສໍາລັບການປ່ຽນແປງດ້ານການເມືອງ ກ່ອນອື່ນໝົດແມ່ນບໍ່ພຽງແຕ່ປ່ຽນແປງຢ່າງຄົບຊຸດໃຫ້ມີຄວາມສອດຄ່ອງເທົ່ານັ້ນ ຫາກຍັງຕ້ອງມີຈິນຕະນາການການເມືອງໃໝ່, ຕ້ອງມີຈິນຕະນາການການເມືອງສາກ່ອນ. ປ່ຽນແປງໃໝ່ດ້ານການເມືອງ ຕ້ອງໄປກ່ອນການປ່ຽນແປງດ້ານເສດຖະກິດ, ຕ້ອງເປີດທາງໃຫ້ແກ່ເສດຖະກິດ ແລະ ສ້າງກາລະໂອກາດໃຫ້ແກ່ພື້ນຖານເສດຖະກິດ. ລະອຽດແມ່ນທິດທາງ, ນະໂຍບາຍຕ້ອງໃກ້ຊິດຕິດແທດກັບຕົວຈິງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ