ປະທານນາທິບໍດີ ເຢຍລະມັນ ເດີນທາງມາເຖິງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ

(VOVWORLD) - ຕາມວາລະການຢ້ຽມຢາມ, ປະທານນາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier ຈະພົບປະບັນດາການນຳຂັ້ນສູງຂອງ ຫວຽດນາມ ເພື່ອປຶກສາຫາລືບັນດາວິທີການຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດໃຫ້ດີຍິ່ງຂຶ້ນ
ປະທານນາທິບໍດີ ເຢຍລະມັນ ເດີນທາງມາເຖິງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ - ảnh 1ການຕ້ອນຮັບທ່ານ ປະທານນາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ຢູ່ສະໜາມບິນ
(ພາບ:TTXVN)

ຕອນເຊົ້າ ວັນທີ 23 ມັງກອນ, ປະທານນາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ໄດ້ເດີນທາງມາເຖິງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ເປັນເວລາສອງວັນ ໃນລະຫວ່າງວັນທີ 23-24/1, ຕາມຄຳເຊີນຂອງ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ. ທ່ານປະທານນາທິບໍດີ ເຍຍລະມັນ Frank-Walter Steinmeier ໄດ້ເຄີຍມາຢ້ຽມຢາມ ຫວຽດນາມ ສອງຄັ້ງ (ເດືອນມີນາ 2008 ໃນຖານະເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ເດືອນຕຸລາ 2016 ໃນຖານະເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ). ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 2 ໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ ຂອງປະທານນາທິບໍດີ ເຢຍລະມັນ ນັບຕັ້ງແຕ່ເວລາໂຮມປະເທດ ເຍຍລະມັນ ເຂົ້າດປັນເອກະພາບ. ກ່ອນໜ້ານີ້ 17 ປີ, ປະທານນາທິບໍດີ ເຢຍລະມັນ Horst Kohler ໄດ້ມາຢ້ຽມຢາມ ຫວຽດນາມ ໃນເດືອນພຶດສະພາ 2007.

ຕາມວາລະການຢ້ຽມຢາມ, ປະທານນາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier ຈະພົບປະບັນດາການນຳຂັ້ນສູງຂອງ ຫວຽດນາມ ເພື່ອປຶກສາຫາລືບັນດາວິທີການຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດໃຫ້ດີຍິ່ງຂຶ້ນ ແລະ ສົນທະນາບັນດາບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈໃນເວທີສາກົນ. ໜຶ່ງໃນເນື້ອໃນຈຸດສຸມຂອງການມາຢ້ຽມຢາມຄັ້ງນີ້ແມ່ນ ການຮ່ວມມືດ້ານເສດຖະກິດ, ການຄ້າ. ຕິດຕາມທ່ານປະທານນາທິບໍດີ ເຍຍລະມັນ Frank-Walter Steinmeier ໃນຄັ້ງນີ້ມີກຸ່ມວິສາຫະກິດໃຫ່ຍຂອງ ເຍຍລະມັນ ທີ່ເຄື່ອນໄຫວໃນຫຼາຍຂະແໜງການແຕກຕ່າງກັນ. ຄາດວ່າ, ຈະຈັດກອງປະຊຸມໂອ້ລົມສົນທະນາ ລະຫວ່າງ ກຸ່ມວິສາຫະກິດຕິດຕາມມານຳທ່ານປະທານນາທິບໍດີ ເຍຍລະມັນ ກັບ ບັນດາວິສາຫະກິດ ຫວຽດນາມ ແລະ ບັນດາວິສາຫະກິດ ເຢຍລະມັນ ທີ່ພວມລົງທຶນ, ເຮັດທຸລະກິດ ຢູ່ຫວຽດນາມ. ປະທານນາທິບໍດີ ເຍຍລະມັນ ແລະ ຄະນະຈະລົງຢ້ຽມຢາມ, ສຳຫຼວດບາງໂຄງການຂອງ ເຢຍລະມັນ ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ; ເຂົ້າຮ່ວມບາງກິດຈະກຳທາງດ້ານວັດທະນະທຳ ແລະ ການທູດປະຊາຊົນໃນຂອບເຂດການຢ້ຽມຢາມ.

ຕອບກັບ

ຂ່າວ/ບົດ​ອື່ນ