ປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ

ປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ທ່ານລັດຖະມົນຕີ ຄຳ​ປານ ພິລາ​ວົງ
(ພາບ: cand.com)

(vovworld) – ​​​ຕອນ​ບ່າຍ​ວັນ​ທີ 18/6, ຢູ່ທີ່​ຮ່າ​ໂນ້ຍ ​ໃນ​ການ​ຕ້ອນຮັບ​ທ່ານ ຄຳ​ປານ ພິລາ​ວົງ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ແຫ່ງ ສປປ ລາວ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ເນັ້ນ​ໜັກ​ວ່າ: ປີ 2012 ​ແມ່ນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ສາມັກຄີ​ມິດຕະພາບ. ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ນັ້ນ ​ໄດ້​ວາງ​ອອກບັນດາ​ວຽກ​ງານ​ສຳຄັນ​​ໃຫ້​​ແກ່ກະຊວງ​ພາຍ​ໃນຂອງ 2 ປະ​ເທດ​. ທ່ານ​ປະທານ​ປະ​ເທດ Truong Tan Sang ຖື​ວ່າ: ກະຊວງ​ພາຍ​ໃນຂອງ 2 ປະ​ເທດ​ຄວນ​ສືບ​ຕໍ່​ແລກປ່ຽນ​ພະນັກງານ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​​ໄຫວ​ຄື: ວຽກ​ງານ​ບຳລຸ​ງສ້າງ​ພະນັກງານ, ບຸລະນະ​ກົງຈັກ, ​ເສີມ​ຂະ​ຫຍາ​ຍບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ.

        ທ່ານ​ລັດຖະມົນຕີ ຄຳ​ປານ ພິລາ​ວົງ ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ​ປະ​ເທດ Truong Tan Sang ຊາບ ກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ກະຊວງ​ພາຍ​ໃນຂອງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ເລື່ອງ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ລາຍການ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ການຈັດ​ຕັ້ງ, ສ້າງ​ບັນດາ​ຮ່າງ​ກົດໝາຍ, ​ເສີມຂະຫຍາຍບັນດາ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍບາຍ​ທະຫານ​ອາສາ​ສະໝັກ​ຫວຽດນາມ.​​.​. ທ່ານ​ລັດຖະມົນຕີ ຄຳ​ປານ ພິລາ​ວົງ ຫວັງ​ວ່າ: ກະຊວງ​ພາຍ​ໃນ​ຫວຽດນາມ ສືບ​ຕໍ່​ຊ່ວຍ​ເຫຼືອ​ກະຊວງ​ພາຍ​ໃນ​ລາວ, ​ແບ່ງປັນ​ບົດ​ຮຽນ, ພິ​ເສດ​​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ.

ຂ່າວ/ບົດ​ອື່ນ