ປະທານປະເທດ ຈີນ ຈະຢ້ຽມຢາມ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນປີ 2019

(VOVWORLD) - ວັນທີ 17 ພະຈິກ, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ: ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຮັບຄຳເຊື້ອເຊີນຂອງການນຳ Kim Jong-un ມາຢ້ຽມຢາມ ສປປ.ເກົາຫຼີ, ພ້ອມທັງສະແດງໃຫ້ເຫັນວ່າ ອາດຈະໄປຢ້ຽມຢາມ ພຽງຢາງ ໃນປີ 2019.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ກໍ່ໄດ້ເຊື້ອເຊີນທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄປຢ້ຽມຢາມ ສ.ເກົາຫຼີ ເມື່ອການນຳ 2 ທ່ານໄດ້ພົບປະ 2 ຝ່າຍຢູ່ນອກສັບປະດາຂັ້ນສູງຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ພວມດຳເນີນຢູ່ປະເທດ ປາປົວນິວກີເນ. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ສະແດງໃຫ້ເຫັນທ່າທີວ່າ ອາດຈະໄປຢ້ຽມຢາມ ເຊີອູນ ໃນປີ 2019. ການນຳ 2 ທ່ານ ກໍ່ປຶກສາຫາລືກ່ຽວກັບເລື່ອງສ້າງແຫຼມ ເກົາຫຼີ ໃຫ້ປອດນິວເຄຼຍ ແລະ ບັນດາບັນຫາສາກົນທີ່ພົ້ນເດັ່ນອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ