ປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ

(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ກາຕາ, ບຣາຊິນ, ສະໂລເວເນຍ, ປອກຕຸຍການ, ເອສໂຕເນຍ ແລະ ກີນີ ເຂົ້າຍື່ນສານຕາຕັ້ງ. 
ປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ - ảnh 1ທ່ານປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ Khalid Ali Abdullah Abel

    ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ Khalid Ali Abdullah Abel, ທ່ານປະທານປະເທດ ວໍ້ວັນເຖືອງ ປາດຖະໜາ ວ່າ ຈະໄດ້ຕ້ອນຮັບກະສັດ ກາຕາ ມາຢ້ຽມຢາມ ຫວຽດນາມ ໃນປີນີ້, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ. ທ່ານປະທານປະເທດ ປາດຖະໜາວ່າ 2 ຝ່າຍຜັນຂະຫຍາຍບັນດາຄຳໝັ້ນສັນຍາດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ນ້ຳມັນອາຍແກັສ, ພະລັງງານທົດແທນ, ລົດໄຟຟ້າ, ຜະລິດຕະພັນກະເສດ; ຊຸກຍູ້ການເຈລະຈາ ແລະ ເຊັນສັນຍາຮ່ວມມືໃນຂົງເຂດພາສີ, ຍຸຕິທຳ, ວັດທະນະທຳ, ການທ່ອງທ່ຽວ...

   ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣາຊິນ Marco Farani, ທ່ານປະທານປະເທດ ວໍ້ວັນເຖືອງເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ບຣາຊິນ ເພື່ອ ປຶກສາຫາລືກ່ຽວກັບການເປີດຕະຫຼາດຜະລິດຕະພັນກະເສດຂອງ 2 ຝ່າຍ; ສະເໜີໃຫ້ ບຣາຊິນ ສືບຕໍ່ຍູ້ແຮງບັນດາປະເທດດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ໂດຍໄວ. ຫວຽດນາມ ຍິນດີເປັນຂົວຕໍ່ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ບຣາຊິນ, ລະຫວ່າງ ອາຊຽນ ແລະ MERCOSUR.

ປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ - ảnh 2ທ່ານປະທານປະເທດ ວໍ້ວັນເຖືອງ ແລະທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລວີເນຍ

        ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບ ທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລວີເນຍ, ທ່ານປະທານປະເທດ ວໍ້ວັນເຖືອງ ໃຫ້ຮູ້ວ່າ: ວົງເງິນການຄ້າສອງສົ້ນບັນລຸກວ່າ 570 ລ້ານ USD ໃນປີກາຍນີ້ ແມ່ນຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ. ສະນັ້ນ, ສອງປະເທດຄວນຊຸກຍູ້ການຮ່ວມມືຕື່ມອີກ, ພິເສດແມ່ນໃນຂົງເຂດຜະລິດກົນຈັກ, ອັດຕະໂນມັດ, ການບໍລິການ logistic, ການປຸງແຕ່ງອາຫານ ແລະ ອື່ນໆ.

ປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ - ảnh 3ທ່ານເອກອັກຄະລັດຖະທູດ ປອກຕຸຍການ João Weistein ເຂົ້າຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດວໍ້ວັນເຖືອງ

      ເມື່ອແລກປ່ຽນກັບ ເອກອັກຄະລັດຖະທູດ ປອກຕຸຍການ João Weistein, ທ່ານປະທານປະເທດວໍ້ວັນເຖືອງສະເໜີ ທ່ານເອກອັກຄະລັດຖະທູດ ຍູ້ແຮງການ ສ້າງຕັ້ງການພົວພັນຮ່ວມມື, ຜູກສ່ຽວລະຫວ່າງ ບັນດາທ້ອງຖິ່ນຂອງ ສອງປະເທດ. ທ່ານປະທານປະເທດກໍ່ສະເໜີໃຫ້ ປອກຕຸຍການ ສືບຕໍ່ຍູ້ແຮງບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ EU - ຫວຽດນາມ ໂດຍໄວ, ແລະ ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.

         ທີ່ການພົບປະຕ່າງໆ, ທ່ານປະທານປະເທດກໍ່ສະເໜີບັນດາປະເທດສືບຕໍ່ສະໜັບ ສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ

ຕອບກັບ

ຂ່າວ/ບົດ​ອື່ນ