ປະທານປະເທດ ວໍ້ວັນເຖືອງ ໄປຢ້ຽມຢາມ ແລະ ເຮັດວຽກກັບກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ກະຊວງຕຳຫຼວດ

(VOVWORLD) -ຕອນບ່າຍວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ ແລະອວຍພອນ ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ກະຊວງຕຳຫຼວດ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 77 ປີແຫ່ງວັນມູນເຊື້ອຂອງກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ.
ປະທານປະເທດ ວໍ້ວັນເຖືອງ ໄປຢ້ຽມຢາມ ແລະ ເຮັດວຽກກັບກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ກະຊວງຕຳຫຼວດ - ảnh 1ປະທານປະເທດ ວໍ້ວັນເຖືອງ ຢ້ຽມຢາມ ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ກະຊວງຕຳຫຼວດ

     ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດວໍ້ວັນເຖືອງ ສະເໜີ ກະຊວງຕຳຫຼວດ ແລະ ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ, ປະຕິບັດໜ້າທີ່ເປັນເສນາທິການຍຸດທະສາດໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ, ປົກປັກຮັກສາການນຳພາ, ກຳອຳນາດ ຂອງພັກ; ປ້ອງກັນລະບອບ, ປ້ອງກັນປະຊາຊົນ. ພ້ອມກັນນັ້ນ, ກໍເປັນເຈົ້າການສະກັດກັ້ນ, ຄົ້ນພົບ ເປັນເສນາທິການຢ່າງທັນການ, ດຳເນີນການຕໍ່ສູ້ຢ່າງມີປະສິດທິຜົນຕໍ່ກົນອຸບາຍ ການເຄື່ອນໄຫວຜັນແປສັນຕິພາບ,ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນ ໃນບັນຫາທີ່ກ່ຽວຂ້ອງເຖິງຄວາມສະຫງົບການເມືອງ, ຄວາມສະຫງົບແຫ່ງຊາດ. ທ່ານປະທານປະເທດ ວໍ້ວັນເຖືອງ ເນັ້ນໜັກວ່າ:

 “ສືບຕໍ່ຮັກສາ, ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງ ໃນການປະຕິບັດມະຕິຂອງກົມການເມືອງ (ສະໄໝທີ XII) ວ່າດ້ວຍການປົກປັກຮັກສາພື້ນຖານແນວຄິດ ຂອງພັກ, ຕໍ່ສູ້ຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່. ປະຕິບັດບົດສະຫຼຸບ ຂອງຄະນະເລຂາສູນກາງພັກ(ສະໄໝທີXII) ກ່ຽວກັບການ ຕ້ານຂ່າວປອມ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ, ບໍ່ດີ ແລະ ເສື່ອມຊາມທາງເຄືອຂ່າຍອິນເຕີເນັດ ແລະ ສື່ສັງຄົມ. ເປັນເຈົ້າການກຳນົດທິດສັງຄົມ, ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ຍົກສູງພາບພົດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ”

 

ຕອບກັບ

ຂ່າວ/ບົດ​ອື່ນ