ປະ​ທານ​ປ​ະ​ເທດ ຫວໍ​ວັນ​ເຖືອງ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ ປັກກິ່ງ, ຈີນ, ແຕ່ວັນທີ 17 ຕຸລາ ຫາວັນທີ 20 ຕຸລາ 2023.

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊີນ ຈີນ ສີຈີ້ນຜິງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມເວທີປາໄສກອງປະຊຸມສຸດຍອດຮ່ວມມືສາກົນ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ ປັກກິ່ງ, ຈີນ, ແຕ່ວັນທີ 17 ຕຸລາ ຫາວັນທີ 20 ຕຸລາ 2023.

ປະ​ທານ​ປ​ະ​ເທດ ຫວໍ​ວັນ​ເຖືອງ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ - ảnh 1ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ກັບນັກຂ່າວ VOV 

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ໄດ້ມີການພົບປະກັບບັນດາສື່ມວນຊົນ, ແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງສອງປະເທດ. ຕາມທ່ານເອກອັກຄະລັດຖະທູດ ສູງປົວ ແລ້ວ, ນັບແຕ່ເມື່ອ ຈີນ ແລະ ຫວຽດນາມ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2008), 15 ປີ ຜ່ານມາ, ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຮັກສາທ່າອ່ຽງພັດທະນາຢ່າງບໍ່ຢຸດຢັ້ງ ຕາມທິດປອດໃສ, ສະຖຽນລະພາບ. ຄວາມໄວ້ວາງໃຈດ້ານການເມືອງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ ນັບທັງລວງເລິກ ແລະ ລວງກວ້າງ. ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ໃຫ້ຮູ້ວ່າ:

        “ນີ້ແມ່ນການເຂົ້າຮ່ວມເວທີປາໄສຄັ້ງທີ 3 ຂອງ ການນຳພັກ, ລັດ ຫວຽດນາມ. ເລື່ອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຂົ້າຮ່ວມເຫດການນີ້ ໄດ້ສະແດງໃຫ້ເຫັນຄວາມເຄົາລົບຂອງ ຫວຽດນາມ ສຳລັບເວທີປາໄສໜຶ່ງແລວໜຶ່ງເສັ້ນທາງ. ນີ້ແມ່ນໂອກາດເພື່ອໃຫ້  ຫວຽດນາມ ພ້ອມກັບຄູ່ຮ່ວມມືກວ່າ 100 ປະເທດ ປຶກສາຫາລືກ່ຽວກັບບັນດາແຜນການຮ່ວມມື, ພ້ອມກັນພັດທະນາ, ສ້າງສະພາບແວດລ້ອມພັດທະນາແບບກວມລວມ, ປອດໃສ. ພ້ອມດຽວກັນນັ້ນ ກໍເປັນໂອກາດເພື່ອໃຫ້ສອງປະເທດຮັກສາການແລກປ່ຽນຍຸດທະສາດ, ຮັກສາທ່າອ່ຽງພັດທະນາການພົວພັນລະຫວ່າງສອງປະເທດ. ການຮ່ວມມືໃນຂອບເຂດເວທີປາໄສ ໜຶ່ງແລວໜຶ່ງເສັ້ນທາງ ມີຄວາມໝາຍກຳນົດທິດທີ່ສຳຄັນໃນການຮ່ວມມືລົງທຶນລະຫວ່າງສອງປະເທດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ