ປະທານປະເທດ ຫວໍວັນເຖືອງ ຕົກລົງຫຼຸດໂທດໃຫ້ນັກໂທດ 18 ກໍລະນີ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.
ປະທານປະເທດ ຫວໍວັນເຖືອງ ຕົກລົງຫຼຸດໂທດໃຫ້ນັກໂທດ 18 ກໍລະນີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ: TTXVN)

        ໂດຍປະຕິບັດໜ້າທີ່, ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ, ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ, ຫົວໜ້າສະຖາບັນປະຊາຊົນສູງສຸດ ແລະ ຫົວໜ້າຫ້ອງວ່າປະທານປະເທດ, ວັນທີ 27 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.

        ເລື່ອງທ່ານປະທານປະເທດຫຼຸດໂທດຈາກປະຫານຊີວິດຕາມຄຳຕັດສິນຂອງຄະດີທີ່ໄດ້ມີຜົນສັກສິດແລ້ວຕາມການກຳນົດຂອງກົດໝາຍແລ້ວນັ້ນລົງເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ຜູ້ຖືກຕັດສິນ ນັ້ນແມ່ນການສະແດງນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງລັດ ຫວຽດນາມ ສຳລັບບັນດານັກໂທດທີ່ມີໂທດຢ່າງຮ້າຍແຮງ, ເປີດເສັ້ນທາງເພື່ອໃຫ້ເຂົາປັບຕົວໃຫ້ເປັນຄົນດີ, ດັດຕົວເພື່ອໃຫ້ມີໂອກາດກັບເມືອຫາຄອບຄົວ ແລະ ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ