ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ອວຍ​ພອນ​ພະ​ຍາ​ບານ, ທ່ານ​ໝໍ​ຢູ່​ແຂວງ ຮ່າ​ນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ທີ 27 ກຸມພາ, ຕອນເຊົ້າວັນທີ 25 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບັນດາພະຍາບານ, ທ່ານໝໍ, ພະນັກງານການແພດ ຢູ່ສຸກສາລີຕາແສງ ແທງລອງ ແລະ ສູນສາທາລະນະສຸກເມືອງ ແທັງລຽມ, ແຂວງຮ່ານາມ ຂອງ ຫວຽດນາມ.
ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ອວຍ​ພອນ​ພະ​ຍາ​ບານ, ທ່ານ​ໝໍ​ຢູ່​ແຂວງ ຮ່າ​ນາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນພະນັກງານການແພດ, ແພດໝໍ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງຢັ້ງຢືນວ່າ, ອາຊີບການແພດ ແມ່ນອາຊີບທີ່ສູງສົ່ງ, ພ້ອມທັງລະດົມກຳລັງໃຈບັນດາພະຍາບານ, ທ່ານໝໍ, ພະນັກງານການແພດ ມານະພະຍາຍາມໃນຫຼາຍແງ່ມູມ, ໂດຍສະເພາະແມ່ນກ່ຽວກັບວຽກງານວິຊາສະເພາະ, ຮ່ຳຮຽນເພື່ອຍົກສູງລະດັບຄວາມຮູ້ຢ່າງບໍ່ຢຸດຢັ້ງ, ຮັກສານ້ຳໃຈຮັບໃຊ້ຢ່າງມີຄວາມຮັບຜິດຊອບສູງ. ທ່ານປະທານປະເທດ ກໍສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ຮ່ານາມ ສືບຕໍ່ເອົາໃຈໃສ່ເພື່ອລົງທຶນເຂົ້າໃນລະບົບສາທາລະນະສຸກຮາກຖານຕາມທິດລວມສູນພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ຫຼາຍກວ່າອີກ, ຜ່ານນັ້ນ ຍົກສູງຄຸນນະພາບການກວດ - ປິ່ນປົ່ວພະຍາດຢູ່ຂັ້ນຮາກຖານ; ສືບຕໍ່ລົງທຶນພື້ນຖານດ້ານວັດຖຸ, ອຸປະກອນການແພດ, ສ້າງໂຮງໝໍອັດສະລິຍະ, ເປັນມິດ, ສີຂຽວ, ສະອາດງາມຕາ ແລະ ສືບຕໍ່ຄົ້ນຄວ້າສຶກສາ, ມາມາດຕະການປິ່ນປົວສຳລັບພະຍາດຊະນິດໃໝ່, ໂດຍສະເພາະແມ່ນພາຍຫຼັງໂລກລະບາດໂຄວິດ - 19. 

ຕອບກັບ

ຂ່າວ/ບົດ​ອື່ນ