ປະທານປະເທດ ຫວໍວັນເຖືອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ຍີ່ປຸ່ນ

(VOVWORLD) - ເຈົ້າຈັກກະພັດ Naruhito ແລະ ພະມະເຫສີສະແດງຄວາມພາກພູມໃຈເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ແລະ ພັນລະຍາ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023)
ປະທານປະເທດ ຫວໍວັນເຖືອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ຍີ່ປຸ່ນ - ảnh 1ການເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງ ໂຕກຽວ
(ພາບ:Thống Nhất/TTXVN)

ວັນທີ 28 ພະຈິກ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ, ຢູ່ພະລາດຊະວັງ ທີ່ນະຄອນຫຼວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ສະແດງຄວາມຂອບອົກຂອບໃຈເຈົ້າຈັກກະພັດ, ພະມະເຫສີ ກໍ່ຄືບັນດາສະມາຊິກໃນພະລາດຊະວົງ ຍີ່ປຸ່ນ ກ່ຽວກັບນ້ຳໃຈທີ່ດີງາມ ແລະ ຄວາມເອົາໃຈໃສ່ພິເສດທີ່ສະຫງວນໃຫ້ປະຊາຊົນ ຫວຽດນາມ ກໍ່ຄືການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນຫຼາຍປີຜ່ານມາ. ທ່ານປະທານປະເທດ ຢັ້ງຢືນວ່າ: ບັນດາການຢ້ຽມຢາມ ຫວຽດນາມ ຄັ້ງປະຫວັດສາດຂອງ ພະຊະນົກ ແລະ  ພະຊົນທະນີ ໃນປີ 2017 ໃນຖານະເປັນເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ ແລະ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນຖານະເປັນອົງມົງກຸດລາຊະກຸມມານໃນປີ 2009 … ໄດ້ສ້າງຂີດໝາຍອັນດີງາມໃນຈິດໃຈຂອງການນຳ ແລະ ປະຊາຊົນ ຫວຽດນາມ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ.

ປະທານປະເທດ ຫວໍວັນເຖືອງ ເຂົ້າຢ້ຽມຂ່ຳນັບເຈົ້າຈັກກະພັດ ຍີ່ປຸ່ນ - ảnh 2(ພາບປະກອບຈາກ Thống Nhất/TTXVN)

        ເຈົ້າຈັກກະພັດ Naruhito ແລະ ພະມະເຫສີສະແດງຄວາມພາກພູມໃຈເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ແລະ ພັນລະຍາ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023); ຖືວ່າ: ຄວາມສະໜິດຕິດພັນ ແລະ ການພົວພັນໃນປະຫວັດສາດ, ຄວາມຄ້າຍຄືກັນກ່ຽວກັບປັດໄຈວັດທະນະທຳ, ມະນຸດ ແມ່ນໜຶ່ງໃນບັນດາປັດໄຈພື້ນຖານເພື່ອພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ສະໜິດຕິດພັນໃນຫຼາຍຂົງເຂດຄືໃນປະຈຸບັນ.

        ຕອນບ່າຍວັນດຽວກັນ, ທີ່ພະລາດຊະວັງ, ເຈົ້າຈັກກະພັດ Naruhito ແລະ ພະມະເຫສີ ເປັນເຈົ້າພາບງານລ້ຽງຮັບຕ້ອນທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ.

ຕອບກັບ

ຂ່າວ/ບົດ​ອື່ນ