​ ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ຝຸ​ອຽນ

(VOVWORLD) -ທ່ານປະທານປະເທດຕີລາຄາວ່າ ຝຸອຽນ ມີທ່າໄດ້ປຽບຫຼາຍຢ່າງ. 
​  ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ຝຸ​ອຽນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຝຸອຽນ (ພາບ: TTXVN)

ຕອນບ່າຍວັນທີ 10 ພະຈິກ, ໃນຂອບເຂດການປະຕິບັດງານຢູ່ ຝຸອຽນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຝຸອຽນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ອຳນາດການປົກຄອງແຂວງ ເອົາໃຈໃສ່ເຖິງການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ. ທ່ານປະທານປະເທດຕີລາຄາວ່າ ຝຸອຽນ ມີທ່າໄດ້ປຽບຫຼາຍຢ່າງ, ເຊັ່ນ: ປະຊາຊົນດຸໝັ້ນຂະຫຍັນພຽນ, ມີຫຼາຍຮ່ອງຮອຍ, ປູຊະນີຍະສະຖານປະຫວັດສາດທາງດ້ານວັດທະນະທຳ, ການທ່ອງທ່ຽວ ຄວນສ້າງແຜນຜັງພັດທະນາເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ສຳເລັດໃນໄວໆນີ້ ເພື່ອດຶງດູດບັນດາໂຄງການໃຫຍ່, ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ນອກຈາກນັ້ນແລ້ວ, ທ່ານກໍຮຽກຮ້ອງໃຫ້ ຝຸອຽນ ຕ້ອງສືບຕໍ່ເອົາໃຈໃສ່ເຖິງການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ເບິ່ງແຍງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນເຂດຊົນເຜົ່າສ່ວນໜ້ອຍ, ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ