ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ ເຈົ້າ​ຊີ​ວິດ ອານ​ເຢືອງ​ເວືອງ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບນັບຖື ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ເຈົ້າຊີວິດ ອານເຢືອງເວືອງ - ຜູ້ກໍ່ຕັ້ງລັດ ເອົາລາກ.
ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ ເຈົ້າ​ຊີ​ວິດ ອານ​ເຢືອງ​ເວືອງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ອານເຢືອງເວືອງ

ຕອນເຊົ້າວັນທີ 20 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ອານເຢືອງເວືອງ ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ໂກລວາ, ເມືອງດົງແອັງ, ນະຄອນ ຮ່າໂນ້ຍ. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບນັບຖື ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ເຈົ້າຊີວິດ ອານເຢືອງເວືອງ - ຜູ້ກໍ່ຕັ້ງລັດ ເອົາລາກ. ໂອກາດນີ້, ທ່ານປະທານປະເທດ ໄດ້ປູກຕົ້ນໄມ້ເປັນທີ່ລະນຶກຢູ່ບໍລິເວນເຂດປູຊະນີຍະສະຖານດັ່ງກ່າວ.

        ຫຼັງຈາກນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສະຖານທີ່ດຳເນີນຊີວິດຊຸມຊົນ, ໜ່ວຍຊຸມຊົນ ເລກທີ 2,3,4  ເທດສະບານເມືອງ ດົງແອັງ. ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ໂຮງຮຽນອະນຸບານ ຝຸກລົກ, ຕາແສງ ອຸຍໂໜ, ເມືອງດົງແອັງ ແລະ ຢ້ຽມຢາມຮູບແບບການເຄື່ອນໄຫວຂອງສູນວັດທະນະທຳ - ຖະແຫຼງຂ່າວ ແລະ ກິລາ ເມືອງ ດົງແອັງ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ