ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າ ຍື່ນສານຕາຕັ້ງ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ການພັດທະນາ” ກັບ ອາບຟຣີກາໃຕ້.
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າ ຍື່ນສານຕາຕັ້ງ - ảnh 1ການຕ້ອນຮັບເອກອັກຄະລັດຖະທູດ ສ. ອາບຟຣີກາໃຕ້ Mpetjane Kgaogelo Lekgoro

ຕອນເຊົ້າວັນທີ 28 ມີນາ, ທີ່ທຳນຽບປະທານປະເທດ ຫວຽດນາມ, ບັນດາເອກອັກຄະລັດຖະທູດ ສ. ອາບຟຣີກາໃຕ້, ເອກອັກຄະລັດຖະທູດ ສ.ອີຢິບ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານປະທານປະເທດ ເຈີ່ນດ້າຍກວາງ. ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານປະເທດ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ຕາມລຳດັບ.

        ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ອາບຟຣີກາໃຕ້ Mpetjane Kgaogelo Lekgoro, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ການພັດທະນາ” ກັບ ອາບຟຣີກາໃຕ້. ບົນຈິດໃຈນັ້ນ, ທ່ານປະທານປະເທດ ສະເໜີວ່າ ໃນປີນີ້, 2 ປະເທດຈະສົມທົບກັນຈັດຕັ້ງການເຄື່ອນໄຫວແທດຈິງບາງຢ່າງເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານາທິບໍດີ Nelson Mandela ແລະ ຈັດເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາບຟຣີກາ ຄັ້ງທີ 4 ຢູ່ Pretoria. ທ່ານປະທານປະເທດ ຫວັງວ່າ ໃນອາຍຸການຂອງທ່ານເອກອັກຄະລັດຖະທູດ, ໄປຄຽງຄູ່ກັບການຮັກສາການພົວພັນທາງດ້ານການເມືອງອັນດີງາມລະຫວ່າງ 2 ປະເທດທາງຝ່າຍພັກ ແລະ ລັດຖະບານ, ທ່ານເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດກ່ວາອີກ… ພ້ອມທັງແນະນຳໃຫ້ບັນດາວິສາຫະກິດ ຫວຽດນາມ  ບັນດາກາລະໂອກາດລົງທຶນຢູ່ ອາບຟຣີກາໃຕ້ ແລະ ກົງກັນຂ້າມ.

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າ ຍື່ນສານຕາຕັ້ງ - ảnh 2 ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອີຢິບ Mahmoud Hassan Nayel

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຢິບ Mahmoud Hassan Nayel, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ດ້ວຍບົດຮຽນ ແລະ ຄວາມຂະຫຍັນຂັນເຄື່ອນຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາກ່ວາ. ທ່ານປະທານປະເທດ ສະເໜີວ່າ, ໃນອາຍຸການຂອງຕົນ ທ່ານເອກອັກຄະລັດຖະທູດຄວນຊຸກຍູ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກໆຂົງເຂດ, ປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ