ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ວ່າການເຂດ Wallonie Bruxelles

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ວ່າການເຂດ Wallonie Bruxelles - ảnh 1
ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຜູ້ວ່າການເຂດ Wallonie Bruxelles
(Nguyễn Khang/TTXVN)

(vovworld) – ວັນ​ທີ 9/4, ຢູ່​ສຳນັກງານ​ປະທານ​ປະ​ເທດທີ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Rudy Demotte, ຜູ້​ວ່າການເຂດ Wallonie - Bruxelles, ປະ​ເທດ ​ແບນ​ຊິກ, ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ​, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ເນ​ັ້ນໜັກ​ວ່າ: ຫວຽດນາມ ຖື​ການ​ພົວພັນ​ກັບ​ອົງການ​ສາກົນ​ໃຊ້​ພາສາ ຝຣັ່ງ ​ແລະ ບັນດາ​ສະມາຊິກ​ເຈົ້າ​ຮ່ວມ​ອົງ​ການສາກົນ​ໃຊ້​ພາສາ ຝຣັ່ງ ​ເປັນ​ສຳຄັນ, ທ່ານ​ປະທານ​ປະ​ເທດ ​ໄດ້​ຂອບ​​ໃຈ​ເຂດ Wallonie – Bruxelles ທີ່​ສະໜອງ​, ໜູນ​ຊ່ວຍ​ທຶນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່ ຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ: ການ​ສຶກສາ, ບຳລຸງ​ສ້າງ​ວິຊາ​ຊີບ, ການ​ແພດ, ສິ່ງ​ແວດ​ລ້ອມ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ບັນດາ​ບົດຮຽນ ​ແລະ ໝາ​ກຜົນ​ທີ່​ບັນລຸ​ມາ​ໄດ້​ຈາກ​ບັນດາ​ໂຄງການ​ດັ່ງກ່າວ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ລົບ​ລ້າ​ງຄວາມ​ອຶດຫິວ, ຫລຸດຜ່ອນຄວາມທຸກ​ຍາກ, ຍົກ​ສູງ​ແຫຼ່ງກຳລັງ​ພັດທະນາ​ເສດຖະກິດ​ສັງຄົ​ມຂອງ ຫວຽດນາມ.

        ສ່ວນ​ທ່ານ Rudy Demotte ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ ​ແລະ ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສືບ​ຕໍ່ ​ເອ​ົາ​ໃຈ​ໃສ່​ສ້າງ​​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ວິ​ສາ​ຫະກິດ 2 ປະ​ເທດ​ຊອກ​ຫາ​ກາລະ​​ໂອກາດ​​ຮ່ວມ​ມືລົງທຶນ​ໃນບັນດາ​ຂົງ​ເຂດທີ່​ຕ່າງ​ຝ່າ​ຍມີ​ທ່າ​ແຮງ ​ແລະ ມີ​ຄວາມ​ຕ້ອງການ​ຄື: ວິທະຍາສາດ​, ການສຶກສາ​ບຳລຸງ​ສ້າງ, ພະລັງງານ, ກົນ​ຈັກ, ​ເຕັກ​ໂນ​ໂລ​ຢີ​ຊີວະ​. ທ່ານ Rudy Demotte ​ເຊື່ອ​ໝັ້ນ​ວ່າ: 2 ຝ່າຍ​ສືບ​ຕໍ່​ມີ​ໂຄງການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່​ອປະຕິບັດ​ບັນ​ດາ​ໂຄງການ​​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ