ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍອວຍພອນພະນັກງານ, ນັກຮົບກຳລັງທະຫານພົນລະເຮືອນຫວຽດນາມ

ປະທານປະເທດ ເຈືອງເຕີນຊາງ ຝາກຈົດໝາຍອວຍພອນພະນັກງານ, ນັກຮົບກຳລັງທະຫານພົນລະເຮືອນຫວຽດນາມ - ảnh 1
ກຳລັງ​ທະຫານພົນລະ​ເຮືອນ​ຫວຽດນາມ
(ພາບປະກອບ: TTXVN)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງກຳລັງ​ທະຫານພົນລະ​ເຮືອນ​ຫວຽດນາມ (28/03/1935 – 28/03/2015), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກ​ຈົດໝາຍ​ອວຍ​ພອນ​ພະນັກງານ, ນັກຮົບກຳລັງ​ທະຫານພົນລະ​ເຮືອນ​ຫວຽດນາມ. ​ໃນ​ຈົດໝາຍ, ທ່ານ​ປະທາ​ນປະ​ເທດ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ ​ແລະ ຄວາມ​ກ້າວໜ້າ, ການ​ເຕີບ​​ໃຫຍ່​ຂອງກຳລັງ​ທະຫານພົນລະ​ເຮືອນ​ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ປະຕິວັດ​ໃໝ່, ພະນັກງານ, ນັກຮົບສືບ​ຕໍ່​ພັດທະນາ​ມູນ​ເຊື້ອ​ອັນ​ດີງາມ​ຂອງກຳລັງ​ທະຫານພົນລະ​ເຮືອນ​ຫວຽດນາມ, ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ສູ້​ຊົນ, ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບຢ່າງຮອບດ້ານ, ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ພັກ, ອຳນາດ​ການ​ປົກຄອງ, ຊີວິດອີນ​ຊີ, ຊັບ​ສົມບັດ​ຂອງ​ປະຊາຊົນ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ… ຢ່າງ​ມີ​ໄຊ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ປະຕິບັດ​ວິວັດທະນາ​ການ​ປ່ຽນ​ໃໝ່ຢ່າງ​ມີ​ໄຊ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດນາມ ສັງຄົມ​ນີ​ຍົມ​.
ຂ່າວ/ບົດ​ອື່ນ