ປະທານປະເທດ ເຈືອງເຕີນຊາງ ໄປຮອດນະຄອນຫຼວງມົດສະກູ, ປະເທດລັດເຊຍ

ປະທານປະເທດ ເຈືອງເຕີນຊາງ ໄປຮອດນະຄອນຫຼວງມົດສະກູ, ປະເທດລັດເຊຍ  - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ໄປ​ຮອດນະຄອນຫຼວງ​ມົດ​ສະກູ, ​ປະ​ເທດ​ລັດ​ເຊຍ
(ພາບ: TTXVN)


​(vovworld) – ​ວັນ​ທີ 08/05, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ສະໜາມ​ບິນ Domodedovo, ນະຄອນຫຼວງ​ມົດ​ສະກູ, ສະຫະ​ພັນ​ລັດ​ເຊຍ, ​ເຂົ້າ​ຮ່ວມ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່, ຕາມ​ຄຳ​​ເຊີນຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin.

        ຄາດ​ວ່າ, ​ໃນ​ໄລ​ຍະ​ຢ້ຽມຢາມ​ລັດ​ເຊຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຈະ​ພ້ອມ​ກັບ​ປະມຸກ​ລັດ​​ປະ​ເທດຕ່າງ​ໆ​ເຂົ້າ​ຮ່ວມ​ພິທີ​ສວນສະໜາມສ​ະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່ ຢູ່​ຈາກ​ຕຸ​ລັດ​ແດງ ​ໃນ​ວັນ​ທີ 09/05. ຕໍ່​ຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ບັນດາ​ການ​ນຳ​ລັດ​ເຊຍ, ປະມຸກ​ລັດປະ​ເທດ​ຕ່າງໆ, ຢ້ຽມຢາມບາງ​ຮາກ​ຖານ​ເສ​ດຖະກິດ​ສັງຄົມ, ຮ່ວມ​ທຸລະ​ກິດ ​ຮ່ວມ​ມື​ລົງທຶນ​ລັດ​ເຊຍ - ຫວຽດນາມ….

ຂ່າວ/ບົດ​ອື່ນ