ປະທານ​ປະ​ເທດ​ຈີນ ສີ​ຈີ້ນຜິ​ງ ກ່າວ​ປະນາມ ອາ​ເມ​ລິ​ກາ ນາບ​ຂູ່​ເຖິງ​ອະທິປະ​ໄຕ, ຄວາມໝັ້ນຄົງ​ຂອງ ຈີນ,​ ລັດ​ເຊຍ

(VOVWORLD) -ເລື່ອງ ອາເມລິກາ ແລະ ບັນດາປະເທດຕາເວັນຕົກ ເພີ່ມທະວີການແຊກແຊງເຂົ້າວຽກງານພາຍໃນຂອງ ຈີນ ແລະ ລັດເຊຍ ແມ່ນໄດ້ນາບຂູ່ເຖິງອະທິປະໄຕ, ຄວາມໝັ້ນຄົງຂອງສອງປະເທດ ແລະ ກີດຂວາງການພັດທະນາເສດຖະກິດສັງຄົມຂອງຈີນ ແລະ ລັດເຊຍ.
ປະທານ​ປະ​ເທດ​ຈີນ ສີ​ຈີ້ນຜິ​ງ ກ່າວ​ປະນາມ ອາ​ເມ​ລິ​ກາ ນາບ​ຂູ່​ເຖິງ​ອະທິປະ​ໄຕ, ຄວາມໝັ້ນຄົງ​ຂອງ ຈີນ,​ ລັດ​ເຊຍ - ảnh 1 ທ່ານ  N.P Partrushev ເລຂາສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ  ແລະ ທ່ານປະທານປະເທດຈີນ ສີຈີີ້ນຜິງ (ພາບ: ສໍານັກຂ່າວສານ ຊິນຮວາ)

        ວັນທີ 2 ທັນວາ, ໃນການຕ້ອນຮັບທ່ານ  N.P Partrushev ເລຂາສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ  ຢູ່່ນະຄອນຫຼວງປັກກິ່ງ, ປະເທດ ຈີນ, ທ່ານປະທານປະເທດຈີນ ສີຈີີ້ນຜິງ ໄດ້ເນັ້ນໜັກວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ເລື່ອງ ອາເມລິກາ ແລະ ບັນດາປະເທດຕາເວັນຕົກ ເພີ່ມທະວີການແຊກແຊງເຂົ້າວຽກງານພາຍໃນຂອງ ຈີນ ແລະ ລັດເຊຍ ແມ່ນໄດ້ນາບຂູ່ເຖິງອະທິປະໄຕ, ຄວາມໝັ້ນຄົງຂອງສອງປະເທດ ແລະ ກີດຂວາງການພັດທະນາເສດຖະກິດສັງຄົມຂອງສອງປະເທດ. ຈີນ ແລະ ລັດເຊຍ ຕ້ອງສືບຕໍ່ນໍາໃຊ້ສອງກົນໄກປຶກສາຫາລືດ້ານປ້ອງກັນຄວາມສະຫງົບຍຸດທະສາດ ແລະ ການຮ່ວມມືລະຫວ່າງກໍາລັງປ້ອງກັນຄວາມສະຫງົບ, ເພີ່ມທະວີການແລກປ່ຽນກ່ຽວກັບການປ້ອງກັນຄວາມສະຫງົບຍຸດທະສາດ, ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເພື່ອປົກປັກຮັກສາຜົນປະໂຫຍດອັນແກ່ນສານຂອງແຕ່ລະປະເທດ ແລະ ຄວາມໝັ້ນຄົງລວມ. ຕໍ່ໜ້າບັນດາການປ່ຽນແປງຢ່າງສັບສົນຂອງສະພາບການໂລກ, ຈີນ ແລະ ລັດເຊຍ ຍິ່ງຕ້ອງຜູກພັນກັນຢ່າງແໜ້ນແຟ້ນ, ກາຍເປັນບັນດາຄູ່ຮ່ວມມືຍຸດທະສາດທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ຈິງໃຈຂອງກັນ.

        ທ່ານ Partrushev ພວມມີການຢ້ຽມຢາມ ຈີນ ນັບແຕ່ວັນທີ 1 – 4 ທັນວາ ເພື່ອເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຄວາມສະຫງົບຍຸດທະສາດລະຫວ່າງ ຈີນ - ລັດເຊຍ ຄັ້ງທີ 15 ແລະ ກອງປະຊຸມຄັ້ງທີ 6 ກົນໄກຮ່ວມມືລະຫວ່າງກໍາລັງປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ.

ນັກຂ່າວ VOV ປະຈໍາ ຈີນ. 

ຕອບກັບ

ຂ່າວ/ບົດ​ອື່ນ