ປະທານປະເທດຈີນສື່ຈີນຜິງຈະຢ້ຽມຢາມອາເມລິກາໃນເດືອນ3/2016

ປະທານປະເທດຈີນສື່ຈີນຜິງຈະຢ້ຽມຢາມອາເມລິກາໃນເດືອນ3/2016 - ảnh 1
ການນຳ ຈີນ ແລະ ອາເມລິກາ ຢູ່ທຳນຽບຂາວ ເມື່ອເດືອນ 5/2015
(ພາບ: thethaovanhoa.vn)

(vovworld) – ​ ​ໜັງສືພິມ ຈ໋າວຊານ​ຮວາ​ໜານ​ຢົວຈົ໋ວ, ຮົງ​ກົງ, ປະ​ເທດ ຈີນ ​ໄດ້​ຄັດສະ​ເໜີ​ຄຳ​ເວົ້າ​ຂອງ​ວົງ​ການ​ນັກ​ຊ່ຽວຊານ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ທະຫານ​ຈາກ 2 ປະ​ເທດ ອາ​ເມ​ລິ​ກາ ​ແລະ ຈີນ, ​ໂດຍ​ໃຫ້​ຮູ້​ວ່າ: ຄາ​ດວ່າ, ທ່ານ​ປະທານ​ປະ​ເທດ ຈີນ ສື່​ຈີນ​ຜິ​ງ ຈະ​ມີ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຄັ້ງ​ທີ 2 ​ໃນ​ຮອບ​ເວລາ​ບໍ່​ທັນ​ຮອດ 1 ປີ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ນິວ​ເຄຼຍ ຢູ່ ວໍ​ຊິງ​ຕັນ ​ໃນ​ເດືອນ 3 ຈະ​ມາ​ເຖິງ. ປັກ​ກິ​ງ ບໍ່​ທັນ​ຢັ້ງຢືນ​ກໍລະ​ນີທ່ານປະທານ​ປະ​ເທດ ສື່​ຈີນ​ຜິ​ງ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ຫຼື​ບໍ່, ​ແຕ່​ນັກຮຽນ​ຮູ້ ​ແລະ ນັກ​ຊ່ຽວຊານ​ໄຈ້​ແຍກ​ຂອງ ຈີນ ຫຼາຍ​ທ່ານ​ໄດ້​ຖື​ວ່າ: ການ​ນຳ ຈີນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ໃນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ​ໃນ​ເດືອນ 9/2015 ຂອງ​ທ່ານ​ປະທານ​ປະ​ເທດ ສື່​ຈີນ​ຜິ​ງ, 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ນິ​ວ​ເຄຼຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, 2 ປະ​ເທດ​ປະຈຳການ​ສະພາ​ຄວາມ​ໝັ້ນຄົງ ສປຊ ນີ້​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ປະຈຳ​ກ່ຽວ​ກັບ​ບົດບາດ​ຂອງ​ແຕ່ລະ​ຝ່າຍ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ນິວ​ເຄຼຍ, ພິ​ເສດ​ແມ່ນ​ກ່ຽວ​ຂ້ອງ​ເຖິງ ສປປ ​ເກົາ​ຫຼີ.


ຂ່າວ/ບົດ​ອື່ນ