ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 08 ພຶດສະພາ, ສຳນັກຂ່າວສານຊິນຮົວຂອງຈີນ ໄດ້ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່ພັກແຮງງານສປປ.ເກົາຫຼີ, ປະທານຄະນະກຳມະການລັດຖະບານສປປ.ເກົາຫຼີ Kim Jong un ໄດ້ມີການເຈລະຈາໃນລະຫວ່າງວັນທີ 07 – 08 ພຶດສະພາ, ຢູ່ນະຄອນ ຕ້າຫຼຽນ ແຂວງ ຫຼຽວຫຼິງ, ປະເທດຈີນ.

ປະທານປະເທດຈີນເຈລະຈາກັບການນຳສປປ.ເກົາຫຼີ - ảnh 1ການນຳ 2 ທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ, ກວ້າງຂວາງ

ແລະ ຫຼາຍດ້ານກ່ຽວກັບການພົວພັນລະຫວ່າງ 2 ປະເທດ

(ພາບປະກອບ: REUTERS)

ການນຳ 2 ທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຫຼາຍດ້ານກ່ຽວກັບການພົວພັນລະຫວ່າງ 2 ປະເທດ ແລະ ບັນດາບັນຫາລວມເຊິ່ງ 2 ຝ່າຍຕ່າງກໍ່ມີຄວາມສົນໃຈ.

      ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ, ນີ້ແມ່ນຈຸດເວລາທີ່ມີລັກສະນະຕັດສິນເມື່ອສະພາບການໃນແຫຼມເກົາຫຼີ ພວມມີການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ສັບສົນ. ການຢ້ຽມຢາມຄັ້ງນີ້ຂອງການນຳສປປ.ເກົາຫຼີ Kim Jong un ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.

      ສ່ວນການນຳສປປ.ເກົາຫຼີ Kim Jong un ຖືວ່າ, ການຢ້ຽມຢາມຈີນ ຄັ້ງນີ້ຂອງຕົນແມ່ນເພື່ອແນໃສ່ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຮັບຊາບກ່ຽວກັບສະພາບການໃນແຫຼມເກົາຫຼີ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ