ປະທານປະເທດຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງຮືງອຽນແລະຮ່ານາມ

ປະທານປະເທດຢ້ຽມຢາມ,ອວຍພອນປີໃໝ່ຢູ່ແຂວງຮືງອຽນແລະຮ່ານາມ - ảnh 1
ປະທານປະເທດ ເຈືອງເຕີນຊາງ ມອບຂອງຂວັນໃຫ້ຊາວກະສິກອນຢູ່ແຂວງ ຮ່ານາມ
(ພາບ: Nguyễn Khang/TTXVN)

(vovworld) –  ​ເນື່ອງ​ໃນ​ໂອກ​າດຂຳ່ນັບ​ຮັບ​ຕ້ອນບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ​ແລະ ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 3/2, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ​ແລະ ຢ້ຽມຢາມ​ເຂດ​ອະນຸ​ສອນ​ສະຖານ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ວັນ​ລີງ ​ຢູ່​ຕາ​ແສງ ​ຢາຍ​ຟ້າ​ມ, ​ເມືອງ ອຽນ​ໝີ້ ​ແລະ ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ 2 ​ແຂວງ ຮຶງອຽນ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ບົນ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ແຂວງ ຮື​ງອຽນ ຕ້ອງ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ກະສິກຳ​ຄືນ​ໃໝ່​ຕາມ​ທິດລວມສູນ, ຜະລິດ​​ເປັນສິນຄ້າ​ຍົກ​ສູງ​ຄຸນ​ນະພາ​ບ, ສຳລັບ​ຂະ​ແໜງ​ອຸດສາຫະກຳ​ຕ້ອງເອົາ​ໃຈ​ໃສ່​ດຶງ​ດູດ​ການ​ລົງທຶນ​​ເຂົ້າ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຢີສູງ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນ, ກາຍ​ເປັນ​ພາກສ່ວນ​ສຳຄັນຂອງ​ລະບົບ​ສະໜອງ.

        ​ເມື່ອ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ, ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ: ​ແຂ​ວງ ຮ່າ​ນາມ  ​ບັນດາ​ຈຸດໝາຍ​ວາງ​ອອກ​​ໃນ​ປີ​ທຳ​ອິດ​​ແຫ່ງ​ການ​ປະຕິບັດ​ມະ​ຕິ​ຄັ້ງ​ທີ 19 ຂອງ​ແຂວງ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ຕັ້ງໜ້າ. ​

ຂ່າວ/ບົດ​ອື່ນ