ປະທານປະເທດຫວຽດນາມ ວໍ້ວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມຫວຽດນາມ, ຕອນບ່າຍວັນທີ 4 ເມສາ, ຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ແລະ ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ລັງໄປຢ້ຽມຢາມ ແລະ ເຮັດວຽກກັບກົມຮັກສາສັນຕິພາບ ຫວຽດນາມ
ປະທານປະເທດຫວຽດນາມ ວໍ້ວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ - ảnh 1ປະທານປະເທດຫວຽດນາມ ວໍ້ວັນເຖືອງ ແລະ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ຢ້ຽມຢາມກົມຮັກສາສັນຕິພາບ ຫວຽດນາມ

    ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ ວໍ້ວັນເຖືອງ ເນັ້ນໜັກວ່າ ນອກຈາກຄວາມເອົາໃຈໃສ່ຊີ້ນຳຂອງພັກ ແລະ ລັດ, ແມ່ນຕ້ອງເວົ້າເຖິງການຮ່ວມມື ແລະ ການໜູນຊ່ວຍອັນລ້ຳຄ່າຂອງບັນດາຄູ່ຮ່ວມມືສາກົນ, ໃນນັ້ນ ອົດສະຕາລີ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ສະໜັບສະໜູນ, ໜູນຊ່ວຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ຫວຽດນາມ ໃນຂະບວນວິວັດແຫ່ງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ທ່ານປະທານ ວໍ້ວັນເຖືອງ ເວົ້າວ່າ :

   “ຂ້າພະເຈົ້າຫວັງວ່າ 2 ປະເທດຈະສືບຕໍ່ເປັນຄູ່ຮ່ວມມືຍຸດທະສາດ ແລະ ສືບຕໍ່ໄດ້ຮັບການໜູນຊ່ວຍຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກສຳລັບການເຄື່ອນໄຫວຮັກສາສັນຕິພາບຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ບັນດາໝາກຜົນທີ່ພວກເຮົາບັນລຸມາໄດ້ນັ້ນ ກໍນໍາເອົາຄວາມເຊື່ອໝັ້ນ, ຄວາມຫວັງ, ຄວາມສະຫງົບສຸກມາສູ່ຊີວິດຂອງປະຊາຊົນຢູ່ແຫ່ງ ທີ່ພວກເຮົາໄດ້ມາ. ບັນດາການເຄື່ອນໄຫວດັ່ງກ່າວມີຄວາມໝາຍທີ່ສຸດ ແລະ ການຮ່ວມມືຂອງສອງປະເທດໃນຂົງເຂດນີ້ກໍ່ມີຄວາມໝາຍທີ່ສຸດ.

     ສ່ວນ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ຖືວ່າ: ຄຸນນະພາບ, ຜົນສຳເລັດ ແລະ ຄວາມກະຕືລືລົ້ນຂອງບັນດານາຍທະຫານ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງ ຈະແຈ້ງ ຕໍ່ທົ່ວໂລກ. ອົດສະຕາລີ ຍາມໃດກໍ່ເອກອ້າງທະນົງໃຈ ທີ່ຈະຮ່ວມມືກັບຫວຽດນາມ ໃນການລະດົມ ແລະ ໜູນຊ່ວຍພາຫະນະອຸປະກອນ ແລະ ບັນດາໂຄງການຝຶກອົບຮົມ . 

ຕອບກັບ

ຂ່າວ/ບົດ​ອື່ນ