ປະທານປະເທດເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ

(VOVWORLD) - ຕອນເຊົ້າວັນທີ 23/6, ຢູ່ນະຄອນ ຫາຍຝ່ອງ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ. ກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫາຍຝ່ອງ ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດ
ປະທານປະເທດເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ - ảnh 1 ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ

“ກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ“. ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ພິທີ, ທ່ານຊີ້ແຈ້ງວ່າ, ທະຫານປ້ອງກັນຊາຍແດນນະຄອນ ຫາຍຝ່ອງ ມີຄວາມມານະພະຍາຍາມສູ້ຊົນກວ່າອີກ, ຍາດແຍ່ງກາລະໂອກາດ, ຜ່ານຜ່າການທ້າທາຍ, ປະຕິບັດຄາດໝາຍ, ໜ້າທີ່ໃນໄລຍະປະຕິວັດໃໝ່ຢ່າງມີໄຊ. ທ່ານປະທານປະເທດ ເຈິ່ງດ້າຍກວາງ ສະເໜີວ່າ:

        “ເສີມຂະຫຍາຍມູນເຊື້ອເປັນກົມກອງວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຕີລາຄາ ແລະ ຄາດຄະເນສະພາບການຢ່າງຊັດເຈນ, ໂດຍສະເພາະແມ່ນບັນດາການຜັນແປທີ່ກ່ຽວຂ້ອງເຖິງເຂດຊາຍແດນ, ເຂດທະເລ, ໝູ່ເກາະ ເພື່ອເປັນເຈົ້າການເປັນເສນາທິການກັບອຳນາດການປົກຄອງທ້ອງຖີ່ນ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂທີ່ເໝາະສົມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໃນທຸກສະຖານະການ“.

        ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ“ ໃຫ້ທະຫານປ້ອງກັນຊາຍແດນ ຫາຍຝ່ອງ ແລະ ນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ“ ໃຫ້ພັນຕີ ຫງວຽນຫື້ວດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ