ປະທານປະເທດເຈີນດ້າຍກວາງ: ກໍ່ສ້າງນະຄອນໂຮ່ຈິມິນພັດ​ທະ​ນາ

ປະທານປະເທດເຈີນດ້າຍກວາງ: ກໍ່ສ້າງນະຄອນໂຮ່ຈິມິນພັດ​ທະ​ນາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ


(vovworld)- ຕອນ​ເຊົ້າ​ວັນ​ທີ 2/7, ຢູ່ ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ນະ​ຄອນ​ໄຊ​ງ່ອນ-ຢາດິ້ງ ປ່ຽນ​ຊື່​ເປັນ ນະ​ຄອນ​ໂຮ່​ຈິ​ມິນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ໃນ 40 ປີ​ທີ່​ຜ່ານ​ມາ, ນະ​ຄອນ​ໂຮ່​ຈິ​ມິນຍາມ​ໃດ​ກໍ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວິ​ລະ​ຊົນ, ມີ​ຄວາມ​ສາ​ມັກ​ຄີ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ, ດ້ວຍ​ຈີນ​ຕະ​ນາ​ການ​ໃໝ່, ວິ​ທີ​ການ​ປະ​ຕິ​ບັດ​ໃໝ່, ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃນ​ທຸກໆ​ຂົງ​ເຂດ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ກວ່າ​ວ່າ :

  “ ນະ​ຄອນ​ຕ້ອງ​ນຳ​ໜ້າ​ໃນ​ການ​ຊາບ​ຊຶມ​ແນວ​ຄິດ​ຊີ້​ນຳ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແມ່ນ​ສູນ​ກາງ, ການກໍ່​ສ້າງ​ພັ​ກ ແມ່ນ​ຂໍ້​ກູນ​ແຈ, ພັດ​ທະ​ນ​າ​ວັດ​ທະ​ນະ​ທຳ​ຊຶ່ງ​ແມ່ນ​ພື້ນ​ຖານ​ຂອງ​ສັງ​ຄົມ. ພັກ ແລະ ປະ​ຊາ​ຊົນ​ຍາມ​ໃດ​ກໍ​ຕິດ​ຕາມ​ແຕ່​ລະ​ບາດ​ກ້າວເດີນ​ຂອງ​ນະ​ຄອນ, ເຄົາ​ລົບ​ບັນ​ດາ​ຜົນ​ງານ​ທີ່​ດີ​ເດັ່ນ ແລະ ແບ່ງ​ປັນ​ຄວາມ​ເປັນ​ຫ່ວງ, ຄວາມ​ຫຍຸ້ງ​ຍາກ ແລະ ຍາມ​ໃດ​ກໍ​ຫວັງ​ໃຫ້​ນະ​ຄອນ​ໂຮ່​ຈິ​ມິນ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງກວ່າ​ອີກ ”
ຂ່າວ/ບົດ​ອື່ນ