ປະທານປະເທດເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ ເຂົ້າຢ້ຽມອຳລາ

(VOVWORLD) -ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Gamiliel Munguambe  ເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອະຍຸການປະຕິບັດງານຢູ່ຫວຽດນາມ
ປະທານປະເທດເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ ເຂົ້າຢ້ຽມອຳລາ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານເອກອັກຄະລັດຖະທູດໂມຊຳບິກ Gamiliel Munguambe 

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະແດງຄວາມຫວັງວ່າ ດ້ວຍປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບປະເທດຊາດຫວຽດນາມໃນໄລຍະທີ່ຜ່ານມາ,  ທ່ານເອກອັກຄະລັດຖະທູດໂມຊຳບິກ Gamiliel Munguambe  ຈະສືບຕໍ່ໂຄສະນາໂອກາດລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມກັບໂມຊຳບິກເວົ້າສະເພາະ ແລະ ລະຫວ່າງຫວຽດນາມກັບທະວີບອາຟະລິກາເວົ້າລວມ.

    ສ່ວນທ່ານ Gamiliel Munguambe  ເອກອັກຄະລັດຖະທູດ ໂມຊຳບິກ ຖືວ່າ ຄວາມສາມາດບົ່ມຊ້ອນທາງດ້ານການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ຫວັງວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກລັດ ແລະ ລັດຖະບານຫວຽດນາມ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ