ປະທານປະເທດເຈີນດ້າຍກວາງ ຢ້ຽມຢາມທາງລັດຖະກິດ ສ.ປ.ປ. ລາວ

ປະທານປະເທດເຈີນດ້າຍກວາງ ຢ້ຽມຢາມທາງລັດຖະກິດ ສ.ປ.ປ. ລາວ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຮອດ​ນະ​ຄອນຫຼວງວ​ຽງ​ຈັນ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ.ປ.ປ. ລາວ


(vovworld)- ຕອນ​ເຊົ້າ​ວັນ​ທີ 12/6, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄດ້​ໄປ​ຮອດ​ນະ​ຄອນຫຼວງວ​ຽງ​ຈັນ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ.ປ.ປ. ລາວ​ແຕ່​ວັນ​ທີ 12-14/6 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ​ລາວ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ເນັ້ນ​ໜັກ​ວ່າ ການ​ທີ່ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ເລືອກ​ເອົາ​ປະ​ເທດ​ລາວ​ແມ່ນ​ປະ​ເທດ​ທຳ​ອິດໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ. ການ​ຢ້ຽມ​ຢາມ​ລາວ​ຄັ້ງ​ນີ້​ຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຈະ​ປະ​ກອບ​ສ່ວນ​ສຳ​ຄັນເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ-ລາວ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

    ສ່ວນທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່​ໜ້າ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ທີ່​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ເຊື່ອ​ໝັ້ນ​ວ່າ ປະ​ເທດ​ລາວ​ຈະ​ສືບ​ຕໍ່​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ​ບົນ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ.

    ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ພ້ອມ​ກັນ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ ແລະ ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ​່ 2 ຝ່າຍ​ມີ​ຄວາມ​ສົນ​ໃຈ.

   ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ຂອງ​ຂວັນ​ໂດຍ​ການກໍ່​ສ້າງ​ໂຮງ​ຮຽນ​ຢູ່​ແຂວງ​ເຊກອງ​ແຫ່ງ ສ.ປ.ປ​. ລາວ
ຂ່າວ/ບົດ​ອື່ນ