ປະທານປະເທດເຈີນດ້າຍກວາງ ໄປອວຍພອນສຸຂະພາບອະດີດເລຂາທິການໃຫຍ່ ໂດ້ເມື່ອຍ


 ປະທານປະເທດເຈີນດ້າຍກວາງ ໄປອວຍພອນສຸຂະພາບອະດີດເລຂາທິການໃຫຍ່ ໂດ້ເມື່ອຍ - ảnh 1
ທ່ານປະ​ທານປະ​ເທດ​ເຈີນ​ດ້າຍກວາງ ໄປ​ອວຍ​ພອນ​ສຸ​ຂະ​ພາບ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ໂດ້​ເມື່ອຍ

(vovworld)-ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ 2017 ແລະ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມຄົບ​ຮອບ 87 ປີ, ວັນ​ທີ 1 ກຸມ​ພາ, ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໄປ​ອວຍ​ພອນ​ສຸ​ຂະ​ພາບ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ໂດ້​ເມື່ອຍ ຢູ່​ເຮືອນ​ສ່ວນ​ຕົວ​ຂອງ​ເພິ່ນ​. ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຢືນ​ຢັນ​ຈະ​ສືບ​ທອດ ແລະ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສະ​ຫງ່າ​ລາ​ສີ​ຂອງ​ພັກ, ຂອງ​ຊາດ, ສາ​ມັກ​ຄີ​ເປັນ​ຈິດ​ໜ່ຶງ​ໃຈ​ດຽວ, ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະ​ການ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ, ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2017 ແລະ ຊຸມ​ປີ​ຕໍ່ໆ​ໄປ.
ຂ່າວ/ບົດ​ອື່ນ