ປະທານປະເທດເຈີນດ້າຍກວາງຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ Keidanren

(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນຳທຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຄະນະກຳມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (Keidanren) ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ປະທານປະເທດເຈີນດ້າຍກວາງຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ Keidanren - ảnh 1 (ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດຍີ່ປຸ່ນ ຜັນຂະຫຍາຍບັນດາໂຄງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ສະຖຽນລະພາບ, ຍາວນານຢູ່ຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ກໍ່ສະເໜີໃຫ້ Keidanren ສືບຕໍ່ສົມທົບກັນສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າບັນດາຂົງເຂດໃຫ້ບຸລິມະສິດຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ຍີ່ປຸ່ນ ພວມໜູນຊ່ວຍຫວຽດນາມ ໃນຍຸດທະສາດຫັນປະເທດຫວຽດນາມ ເປັນປະເທດອຸດສາຫະກຳ, ໃນຂອບເຂດຮ່ວມມືຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020 ວິໄສທັດຮອດປີ 2030.

        ທ່ານ Kuniharu Nakamura, ປະທານຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ ຢືນຢັນວ່າ, Keidanren ຈະສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະຕິບັດຂໍ້ລິເລີ່ມລວມຫວຽດນາມ - ຍີ່ປຸ່ນ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການດຶງດູດບັນດາແຫຼ່ງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງເຂົ້າຫວຽດນາມ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ