ປະທານປະເທດເຈີ່ນດ້າຍກວາງຢ້ຽມຂ່ຳນັບນຳປະຕິວັດກູບາFidel Castro

ປະທານປະເທດເຈີ່ນດ້າຍກວາງຢ້ຽມຂ່ຳນັບນຳປະຕິວັດກູບາFidel Castro - ảnh 1
ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ, ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢູ່​ສະ​ໜາມ​ບິນ

(vovworld) - ວັນ​ທີ 15/11, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ໄດ້​ໄປ​ເຖິງ​ນະ​ຄອນຫຼວງ ລາ​ຮາ​ວານ, ເລ​ີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ ສ. ກູ​ບາ ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 15 – 17/11/2016. ພາຍຫຼັງ​ໄປ​ຮອດ​ນະ​ຄອນຫຼວງ ລາ​ຮາ​ວານ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ພ້ອມ​ດ້ວຍພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຜູ້​ການ​ນຳ​ປະ​ຕິ​ວັດ ກູ​ບາ Fidel Castro. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ຜູ້ນຳ Fidel Castro ໄດ້​ທົບ​ທວນ​ຄືນ​​ບັນ​ດາຂີດ​ໝາຍ​ປະ​ຫວັດ​ສາດ​ທີ່​ພ​ົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ກ່​ວາ 50 ປີ​ຜ່ານ​ມາ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບາງ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ຜູ້​ນຳ Fidel Castro ໄດ້​ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ​ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນຂັ້ນ​ສູງພັກ, ລັດ ຫວຽດ​ນາມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ກູ​ບາ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຖານ​ອ້າຍ​ນ້ອງ​ທີ່​ເປັນ​ມູນ​ເ​ຊື່ອ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

        ຕອ​ນ​ເຊົ້າ​ວັນ​ທີ 16/11( ຕາມ​ເວ​ລາ ຫວຽດ​ນາມ) ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບ​​ຄະ​ນະໄດ້​ໄປ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ກູ​ບາ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່ ກູ​ບາ.


ຂ່າວ/ບົດ​ອື່ນ