ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ກຸຍບາ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ກຸຍບາ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ກຸຍບາ)


(vovworld) - ​​​ ​​ ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ຢ້​ຽມ​ຢາມ​ສ.ກຸຍ​ບາ ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັ​ນ​ທີ 17/11 (ຕາມ​ເວ​ລາ​ກຸຍ​ບາ), ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ກຸຍ​ບາ ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸ​ດ​ສາ​ຫະ​ກຳ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຸຍ​ບາ ແລະ ຫ​້ອງ​ການ​ການ​ຄ້າ​ກຸຍ​ບາ ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ລາ​ຮາ​ວານ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຕີ​ລາ​ຄາ​ສ​ູງ​ເລື່ອງ​ກຸຍ​ບາ ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ, ​ການກໍ່​ສ້າງ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ… ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​​ວ່າ 2 ຝ່າຍ​ໄດ້​​ຫັນ​ດີເປັນ​ເອ​ກະ​ພາບ​​ກັ​ນສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວ​ິ​ສາ​ຫະ​ກິດ​​ໄດ້ສຳ​ພັດ​ກັບ​ຕະ​ຫຼາດ, ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ​, ໂຄງ​ການ​ຮ່ວມ​ມື, ໂດຍ​ສະ​ເພາະ​ແມ່ນ​​ຫັນບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ເຂດ​ພັດ​ທະ​ນາ​​ເຂດເສດ​ຖະ​ກິດ​ພິ​ເສດ Mariel ​ໃຫ້​ປະ​ກົດ​ຜົນ​ເປັນ​ຈ​ິງໂດຍ​ໄວ.

        “ຍາມ​ໃດພັກ, ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ກໍ​ມີ​ຄວາມ​ຫວັງ ແລະ ປາດ​ຖະ​ໜາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ກຸຍ​ບາ ​ຈະສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິ​ດ​ໃຈ​ເປັນ​ເຂົ້າ​ການ ແລະ​ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ມີ​ໄຫວ​ພິ​ບ, ກຳ​ແໜ້ນ​ກາ​ລະ​ໂອ​ກາດ ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນອັນ​ໃຫຍ່​ຫຼວງ​ລະ​ຫວ່າງ 2 ປະ​ເທດ​ໃຫ​້​ມີ​ປະ​ສິດ​ທິ​ຜົ​ນ; ພ​້ອມ​ທັງ, ໜູນ​ຊ່ວຍກັນ​ສຳ​ພັດ, ແຊກ​ແຊງ​ເຂົ້າ​ຕະ​ຫຼາດ 2 ພາກ​ພື້​ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ອາ​ເມ​ລິ​ກາ​ລາ​ຕິງ - ກາ​ຣີ​ເບ… ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເພື່ອ​ນຳ​ການ​ພົວ​ພັນ​​ຮ່ວມ​ມືດ້ານ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ”.

        ຕອນ​ເຊົ້າ​ວັ​ນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຮ່ວມ​ສຳ​ພັນ​ພາ​ກ​ພື້ນ​ຂອງ​ສ. Dominicana; ​ແລະ​ໃນຕອນ​ບ​່າຍທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ​ໄດ້ໄປ​ຢ້​ຽມ​ຢາມເຂດ​ພັດ​ກ​ທະ​ນາເສດ​ຖະ​ກິດ​ພິ​ເສດ Mariel.

ຂ່າວ/ບົດ​ອື່ນ