ປະທານປະເທດເຈີ່ນດ້າຍກວາງເປັນປະທານພິທີຕ້ອນຮັບ,ເຈລະຈາກັບປະທານາທິບໍດີອີຣານHassanRouhani

ປະທານປະເທດເຈີ່ນດ້າຍກວາງເປັນປະທານພິທີຕ້ອນຮັບ,ເຈລະຈາກັບປະທານາທິບໍດີອີຣານHassanRouhani - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ

(vovworld) – ຕອນ​ເຊົ້າ​ວັນ​ທີ 6/10, ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ອິດ​ສະ​ລາມ ອີ​ຣານ Hassan Rouhani ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 5 – 7/10 ໄດ້​​ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ດຳ​ເນີນ​ການ​ເຈ​ລະ​ຈາ.

        ທີ່​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ປະ​ກາດ​ການ​ເຈ​ລະ​ຈາ​ດຳ​ເນີນ​ໄປ​ໃນ​ບັນ​ຍາ​ກາດ​ເປີ​ດ​ເຜີຍ, ກົງ​ໄປ​ກົງ​ມາ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ຮອບ​ດ້ານ, ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຍົກ​ສູງ​ບັນ​ດາ​ມິດ​ຕະ​ພາບ​ຮັດ​ແໜ້ນ​ການ​ພົວ​ພັນ​ການ​ເມືອງ, ເພີ່ມ​ທະ​ວີ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ​ເຕັກ​ນິກ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຖື​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ​ພັດ​ທະ​ນາ​ແທດ​ຈິງ, ກ້າວ​ເຂົ້າ​ສູ່​ລວງ​ເລິກ. ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ຝ່າຍ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ, ຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ເພື່ອ​ຄວາມ​ວັດ​ຖະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ, ບໍ່​ແນ​ໃສ່​ຕ້ານ​ຄືນບໍ່​ວ່າ​ປະ​ເທດ​ທີ​ສາມ​ໃດໆ.

        ສ່ວນ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ຢັ້ງ​ຢືນ​ວ່າ: ອີ​ຣານ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ສົ່ງ​ອອກ​ນ້ຳ​ມັນ, ອາຍ​ແກຼດ LNG, ຢາງ​​ໝາກ​ຕອຍ… ແລະ ກຽມ​ພ້ອມ​ສ້າ​ງ​ເງືຶ່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ນ້ຳ​ມັນ​ອາຍ​ແກຼດ ຫວຽດ​ນາມ ເຄື່ອນ​ໄຫວ​ຢູ່ ອີ​ຣານ ຫຼາຍ​ກ່​ວາ​ອີກ, ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່. ອີ​ຣານ ກຽມ​ພ້ອມ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ, ເຕັກ​ໂນ​ໂລ​ຢີ​ໃໝ່.


ຂ່າວ/ບົດ​ອື່ນ