ປະທານປະເທດເຈືອງ ເຕີນຊາງສິ້ນສຸດການ ເຂົ້າຮ່ວມກອງປະຊຸມ ຂັ້ນສູງອາເປັກ


ປະທານປະເທດເຈືອງ ເຕີນຊາງສິ້ນສຸດການ ເຂົ້າຮ່ວມກອງປະຊຸມ ຂັ້ນສູງອາເປັກ - ảnh 1

ນັກ​ຂ່າວ VOV ສຳພາດ​ທ່ານ​ບຸ່ຍ​ແທງ​ເຊີນ

(ພາບ: vov)

 (vovworld)-ວັນ​ທີ 11/11, ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ອອກ​ຈາກ​ປັກ​ກິ​່ງ, ປະ​ເທດ​ຈີນ, ​ເດີນທາງ​​ກັບເມືອ​ຮອດ​ນະຄອນຫຼວງ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (​ອາ​ເປັກ) ​ຄັ້ງທີ 22 ຢ່າງ​ຈົບງາມ. ຕອບ​ສຳພາດຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ບຸ່ຍ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ບັນດາ​ບັນຫາ​ໃຫ່ຍຂອງ​ກອງ​ປະຊຸມ. ຫວຽດນາມ ສະ​ເໜີ​ດຳເນີນການ​ປະຕິ​ຮູບດ້ານ ​ເສດຖະກິດ, ການ​ເຕີບ​ໂຕ, ການຮ່ວມສຳພັນຕິດພັນຢ່າງແໜ້ນແຟ້ນກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ບັນດາ​ຈຸດ​ໝາຍ​ສະຫັດ​ສະ​ວັດ ​ແລະ ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫຼັງ​ປີ 2015 ກໍ່​ຄື​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ຜູ້​ແທນ​ຫຼາຍ​ທ່ານ​ເຫັນ​ດີຕໍ່​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ກ່ຽວ​ກັບ​ເລື່ອງ​ອາ​ເປັກ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ຄູ່​ຮ່ວມ​ມື​ພາກ​ລັດ, ພາກ​ເອກະ​ຊົນ, ຮ່ວມ​ມື​ດ້ານ​ການ​ປະມົງ, ການ​ໝູນ​ໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ໜູນ​ຊ່ວຍ​ການ​ຮ່ວມ​ສຳພັນ​ໃນ​ອະນຸ​ພາກ​ພື້ນ, ​ໃນ​ນັ້ນມີ​ອາ​ຊຽນ, ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ…

  ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້ພົບ​ປະກັບບັນດາ​ທ່ານ​ປະມຸກ​ລັດ ​ແລະ ການ​ນຳ​ບັນດາ​ສະມາຊິກ​ອາ​ເປັກ, ​ໃນ​ນັ້ນມີ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ, ປະທານາທິບໍດີ​ບັນດາ​ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ອາ​ເມ​ລິ​ກາ, ຟິລິບ​ປິນ, ຈີ​ເລ, ​ເປຣູ, ລັດ​ເຊຍ, ສ.​ເກົາຫຼີ…ນາຍົກລັດຖະມົນຕີ​ບັນດາ​ປະ​ເທດ​ຄື: ຍີ່ປຸ່ນ, ​ໄທ, ນິວຊີ​ແລນ. ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ​ອາ​ເປັກ ​ໄດ້​ແລກປ່ຽນ​ຢ່າ​ງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ​ແລະ ທິດ​ທາງ​ສົມທົບກັນ​ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ສະພາບ​ການ​ມີ​ຫຼາຍ​ບັນຫາ​ກ່ຽວກັບ​ຄວາມ​ສະຫງົບ​ປອດ​ໄພ ແລະ ການ​ພັດທະນາ​ທີ່ພວມພົ້ນເດັ່ນຂຶ້ນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ./.

ຂ່າວ/ບົດ​ອື່ນ