ປະທານປະເທດເຈືອງເຕີນຊາງ:ຄະນະເສດຖະກິດສູນກາງຕ້ອງປະຕິບັດບົດບາດແມ່ນອົງການເສນາທິການໃຫ້ແກ່ພັກ

ປະທານປະເທດເຈືອງເຕີນຊາງ:ຄະນະເສດຖະກິດສູນກາງຕ້ອງປະຕິບັດບົດບາດແມ່ນອົງການເສນາທິການໃຫ້ແກ່ພັກ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ​ປະ​ກອບ)

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 30/9, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຮັດ​ວຽກ​ກັບ​ການ​ນຳ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ແມ່ນ​ອົງ​ການ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ດັ່ງ​ນັ້ນ​ຕ້ອງ​ເຕົ້າ​ໂຮມ ແລະ ເສີມ​ຂະ​ຫຍາຍ​​ພູມ​ປັນ​ຍາ​ຂອງ​ແຕ່​ລະ​ສ່ວນບຸກ​ຄົນ ແລະ ໝູ່​ຄະ​ນະ​ເພື່ອ​ຍົກ​ອ​ອກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຖືກ​ຕ້ອງ, ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ພັກ, ໃຫ້​ແກ່​ປະ​ຊາ​ຊົນ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ຢ່າງ​ເລີກ​ເຊິ່ງ​ກ້​ວາງ​ຂວາງ​ໃນ​ປະ​ຈຸ​ບັນ. ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ແມ່ນ​ອົງ​ການ​ເປັນ​ເສ​ນາ​ທິ​ການ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ປັດ​ໄຈ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ແຕ່​ລະ​ຄົນ​ຕ້ອງ​ເສີມ​ຂະ​ຫຍາຍ​ລັກ​ສະ​ນະສັງ​ເກດ​ຕີ​ລາ​ຄາ ແລະ ໂຕ້​ເວ​ທີເພື່ອ​ຍົກ​ອອກລັດ​ຖະ​ນະ​ໂຍ​ບາຍ​ຖືກ​ຕ້ອງ​ເພື່ອ​ຜົນ​ປະ​ໂຫຍດ​ ໃຫ້​ແກ່​ປະ​ເທດ​ຊາດ, ໃຫ້​ແກ່​ປະ​ຊາ​ຊົນ.

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ຕັກ​ເຕືອນ ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ກວດ​ກາ​ຄືນ​ແຜນ​ນະ​ໂຍ​ບາຍ, ລົບ​ລ້າງ​ບັນ​ດາ​ນະ​ໂຍ​ບາຍ​ທີ່ບໍ່​ທັນ​ຖືກ​ຕ້ອງ, ຍູ້​ແຮງ​ການ​ປ່ຽນ​ໃໝ່​ລະ​ບອບ, ສ້າງ​ສຳ​ເລັດ​ລະ​ບອບ​ກົດ​ໝາຍ​ເພື່ອ​ໃຫ້​ແຜນ​ນະ​ໂຍ​ບາຍ​ກ້າວ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ​ຢ່າງ​ທັນ​ການ.


ຂ່າວ/ບົດ​ອື່ນ