ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະອວຍພອນບຸນເຕັດສະຖາບັນພະລາທິການ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະອວຍພອນບຸນເຕັດສະຖາບັນພະລາທິການ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ລົງ​ຢ້ຽມຢາມ
ອວຍພອນ​ບຸນ​ເຕັດ​ພະນັກງານ ນັກ​ຮົບ​ສະ​ຖາ​ບັນ​ພະລາທິການ)

(vovworld) – ​    ຕອນ​ເຊົ້າ​ວັນ​ທີ 29/01, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ລົງ​ຢ້ຽມຢາມ, ອວຍພອນ​ບຸນ​ເຕັດ​ພະນັກງານ, ນັກ​ຮົບ​ສະ​ຖາ​ບັນ​ພະລາທິການ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ: ສະ​ຖາ​ບັນ​ພະລາທິການ​ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ສອນ​ດີ ​ແລະ ຮຽນ​ເກັ່ງ​ໃນ 65 ປີຜ່ານ​ມາ, ສົມ​ເປັນ​ສູນ​ກາງ​ສຶກສາ, ກໍ່ສ້າງ, ຄົ້ນຄວ້າ​ວິທະຍາສາດ​ດ້ານ​ພະລາທິການ​ການ​ເງິນທີ່​ເປັນ​ແຖວ​ໜ້າ​ຂອງ​ກອງທັບ, ຕອບ​ສະໜອງ​ທຸກ​ໜ້າ​ທີ່ວຽກ​ງານ​ໃນ​ສະພາບ​ການ​ໃໝ່. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຊີ້​ແຈ້ງວ່າ:

“ສະ​ຖາ​ບັນ​ພະລາທິການ​ຕ້ອງ​ໃກ້ຊິດຕິດ​ແທດກັບໜ້າ​ທີ່​ກໍ່ສ້າງ​ກອງທັບ ​ແລະ ວຽກ​ງານ​ຮັບປະກັນ​ພະລາທິການ, ການ​ເງິນ​ຂອງ​ກອງທັບ​ໃນ​ສະພາບ​ການ​ໃໝ່. ສະ​ຖາ​ບັນ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ລາຍການ, ​ເນື້ອ​ໃນ, ວິທີ​ການ​ສອນ ​ແລະ ຮຽນ, ຈັດ​ຕັ້ງ​ຂະ​ບວນການ​ສອນ​ດີ, ຮຽນ​ເກັ່ງ, ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ດີ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ບຳລຸງ​ສ້າງ​ຮອບດ້ານ. ພ້ອມ​ກັນ​ນັ້ນ ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ, ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ຮັບປະກັນ​ພະລາທິການ​ກອງທັບ​ໃນ​ເງື່ອນ​ໄຂ​ໃໝ່”

 

ຂ່າວ/ບົດ​ອື່ນ