ປະທານສະພາຊົນເຜົ່າສະພາຂອງແຫ່ງຊາດອວຍພອນບຸນເຕັດ Chol Chnam Thmay ຢູ່ ຊອັກຈັງ

(VOVWORLD) -ຄະນະໄດ້ມອບຈຳນວນເງິນ 100 ລ້ານດົ່ງໃຫ້ແຂວງ ບາກລຽວ ເພື່ອເບິ່ງແຍງດູແລ, ມອບຂອງຂວັນບຸນເຕັດ Chol Chnam Thmay 2022 ໃຫ້ພໍ່ແມ່ຊາວເຜົ່າ ຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກ.
ປະທານສະພາຊົນເຜົ່າສະພາຂອງແຫ່ງຊາດອວຍພອນບຸນເຕັດ Chol Chnam Thmay ຢູ່ ຊອັກຈັງ - ảnh 1(ທ່ານ ອີແທັງຮ່ານີເອກດຳ ອວຍພອນບຸນເຕັດ Chol Chnam Thmay ຢູ່ວັດ ຊອມຣອງ)

ຕອນບ່າຍວັນທີ 04 ເມສາ, ຄະນະປະຕິບັດງານສູນກາງໂດຍທ່ານ ອີແທັງຮ່ານີເອກດຳ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ Chol Chnam Thmay ຂອງພໍ່ແມ່ຊາວເຜົ່າ ຂະແມ ຢູ່ວັດ ຊອມຣອງ, ຕາແສງ 5, ນະຄອນ ຊອັກຈັງ. ຢູ່ທີ່ນີ້, ທ່ານ ອີແທັງຮ່ານີເອກດຳ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະບໍລິຫານ ກໍຄືເຈົ້າອາວາດຂອງວັດ ຈະສືບຕໍ່ຂົນຂວາຍພໍ່ແມ່ພຸດທະສາສະນິກກະຊົນ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ, ສ້າງສາບ້ານເກີດເມືອງນອນ ຊອັກຈັງ ໃຫ້ນັບມື້ນັບຮັ່ງມີສວຍງາມ, ປະກອບສ່ວນເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຂອງປະເທດຊາດ.

        ໃນວັນດຽວກັນ, ທ່ານ ອີແທັງຮ່າ ນີເອກດັມ ກໍ່ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ Chol Chnam Thmay ປີ 2022 ຢູ່ແຂວງ ບາກລຽວ. ເນື່ອງໃນໂອກາດນີ້, ຄະນະໄດ້ມອບຈຳນວນເງິນ 100 ລ້ານດົ່ງໃຫ້ແຂວງ ບາກລຽວ ເພື່ອເບິ່ງແຍງດູແລ, ມອບຂອງຂວັນບຸນເຕັດ Chol Chnam Thmay 2022 ໃຫ້ພໍ່ແມ່ຊາວເຜົ່າ ຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ