ປະທານສະພາຕ່ຳ ອາເມລິກາ ຍົກເງື່ອນໄຂອະນຸມັດຜ່ານການຊ່ວຍເຫຼືອໃຫ້ ແກ່ຢູແກຼນ

(VOVWORLD) - ໃນຈົດໝາຍສະບັບໜຶ່ງທີ່ປະກາດໃນວັນທີ 5 ທັນວາ, ທ່ານ Mike Johnson ເນັ້ນໜັກວ່າ: ທ່ານປະທານາທິບໍດີ Joe Biden ຕ້ອງຕອບສະໜອງບັນດາຄຳຮຽກຮ້ອງຕິດຕາມກວດກາຂອງ ສະພາແຫ່ງຊາດ ກ່ຽວກັບເລື່ອງອຳນາດການປົກຄອງມາຮອດປະຈຸບັນ ກໍ່ບໍ່ທັນຍົກອອກບັນດາເປົ້າໝາຍໄດ້ກຳນົດຢ່າງຈະແຈ້ງເທື່ອ
ປະທານສະພາຕ່ຳ ອາເມລິກາ ຍົກເງື່ອນໄຂອະນຸມັດຜ່ານການຊ່ວຍເຫຼືອໃຫ້ ແກ່ຢູແກຼນ - ảnh 1ທ່ານປະທານສະພາຕ່ຳ ອາເມລິກາ Mike Johnson
(ພາບ:CNN)

ວັນທີ 5 ທັນວາ, ທ່ານປະທານສະພາຕ່ຳ ອາເມລິກາ Mike Johnson, ໄດ້ຢຳ້ຄືນຄຳຮຽກຮ້ອງສະໜອງຂໍ້ມູນຂ່າວ ກ່ຽວກັບຍຸດທະສາດສຳລັບ ຢູແກຼນ ແລະ ຄຳຮຽກທວງສິດຂອງພັກສາທາລະນະຮຽກຮ້ອງໃຫ້ ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Joe Biden ປ່ຽນແປງນະໂຍບາຍເຂົ້າເມືອງ ແລະ ຖືວ່ານັ້ນແມ່ນເງື່ອນໄຂເພື່ອພິຈາລະນາໃຫ້ສັດຕະຍາບັນບ້ວງເງິນຊ່ວຍເຫຼືອໃຫມ່ໃຫ້ ຢູແກຼນ.

ໃນຈົດໝາຍສະບັບໜຶ່ງທີ່ປະກາດໃນວັນທີ 5 ທັນວາ, ທ່ານ Mike Johnson ເນັ້ນໜັກວ່າ: ທ່ານປະທານາທິບໍດີ Joe Biden ຕ້ອງຕອບສະໜອງບັນດາຄຳຮຽກຮ້ອງຕິດຕາມກວດກາຂອງ ສະພາແຫ່ງຊາດ ກ່ຽວກັບເລື່ອງອຳນາດການປົກຄອງມາຮອດປະຈຸບັນ ກໍ່ບໍ່ທັນຍົກອອກບັນດາເປົ້າໝາຍໄດ້ກຳນົດຢ່າງຈະແຈ້ງເທື່ອ ແລະ ເລື່ອງບໍ່ສະໜອງອາວຸດຈຳເປັນ (ໃຫ້ແກ່ຢູແກຼນ) ຢ່າງທັນການ.

ທ່ານ Mike Johnson ໄດ້ປະກາດຈົດໝາຍສະບັບດັ່ງກ່າວເພື່ອຕອບຈົດໝາຍໃນວັນທີ 4 ທັນວາ ຂອງທ່ານນາງ Shalanda Young, ຜູ້ອຳນວຍການດ້ານງົບປະມານທຳນຽບຂາວ, ໃນນັ້ນທ່ານນາງໄດ້ກ່າວເຕືອນວ່າ: ວໍຊິງຕັນ ໃກ້ຈະໝົດເວລາ ແລະ ງົບປະມານ ເພື່ອຊ່ວຍ ຢູແກຼນ ໃນການປະທະກັນກັບ ລັດເຊຍ. ກ່ອນນັ້ນໜຶ່ງວັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງສະພາແຫ່ງຊາດສະໜອງບ້ວງເງິນ 106 ຕື້ໂດລາສະຫະລັດ ເພື່ອໜູນຊ່ວຍ ຢູແກຼນ ແລະ ອິດສະຣາແອນ ແຕ່ບັນດາສະມາຊິກລັດຖະສະພາໄດ້ປະຕິເສດການປະຕິບັດຄຳຮຽກຮ້ອງຂອງທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ